(ພາບປະກອບ)
(vovworld) – “ຫວຽດນາມ ແລະ ສີລັງກາ ມີເງື່ອນໄຂສະດວກຫລາຍຢ່າງເພື່ອຊຸກຍູ້ການພົວພັນ2ປະເທດໃນໄລຍະຈະມາເຖິງ” ນັ້ນແມ່ນຄຳຢືນຢັນຂອງທ່ານນາງ ຟານ ກ່ຽວທູ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສີລັງກາ ໃນການຕອບສຳພາດໂດຍກົງຕໍ່ວິທະຍຸກະຈາຍສຽງສູນກາງ ສີລັງກາ (Radio Sri Lanka) ໃນວັນທີ 08/02/2016. ເມື່ອຕອບຄຳຖາມກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ສີລັງກາ ແລະ ທິດທາງຊຸກຍູ້ການພົວພັນ 2 ຝ່າຍ. ທ່ານນາງເອກອັກຄະລັດຖະທູດ ຟານກ່ຽວທູ ເນັ້ນໜັກວ່າ: ໃນຊຸມປີມໍ່ໆມານີ້, ການພົວພັນ ຫວຽດນາມ - ສີລັງກາ ໄດ້ພັດທະນາຢ່າງແຮງ, ວົງເງິນການຄ້າ 2 ສົ້ນເພີ່ມຂຶ້ນ 30% ຕໍ່ປີ, ເຊິ່ງແມ່ນລະດັບສູງສຸດໃນບັນດາປະເທດ ອາຊີໃຕ້. ປະຈຸບັນ ສີລັງກາ ພວມເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ດ້ວຍ 14 ໂຄງການ (ດ້ວຍຍອດຈຳນວນເງິນທຶນປະມານ 77 ລ້ານ USD).
ກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ທ່ານນາງເອກອັກຄະລັດຖະທູດຖືວ່າ: ເລື່ອງສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ ປີ 2015 ບໍ່ພຽງແຕ່ແມ່ນບາດກ້າວສຳຄັນໃນການເຊື່ອມໂຍງດ້ານເສດຖະກິດເຂົ້າກັບພາກພື້ນເທົ່ານັ້ນ ຫາກຍັງມີຄວາມໝາຍອັນໃຫຍ່ຫລວງໃນການຮັກສາສັນຕິພາບ, ສະຖຽນລະພາບໃນພາຫພື້ນ ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນຢູ່ທະເລຕາເວັນອອກອີກດ້ວຍ. ທ່ານນາງເອກອັກຄະລັດຖະທູດຖືວ່າ: ເລື່ອງ ຈີນ ປະຕິບັດການບິນທົດລອງໄປຍັງສະໜາມບິນ ຊຶ່ງ ຈີນ ກໍ່ສ້າງຢ່າງຜິດກົດໝາຍໃນຫີນ ຈືເທີ້ບ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແລະ ເຮືອບິນຂອງ ຈີນ ລະເມີດເຂດຄຸ້ມຄອງການບິນຂອງ ຫວຽດນາມ ຢ່າງລຽນຕິດ ແມ່ນການກະທຳອັນຕະລາຍທີ່ສຸດ; ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ; ລ່ວງລະເມີດຢ່າງຮ້າຍແຮງເຖິງອະທິປະໄຕຢູ່ໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ກໍ່ເນັ້ນໜັກເຖິງແຜນນະໂຍບາຍຂອງ ຫວຽດນາມ ແມ່ນແກ້ໄຂບັນຫາຂັດແຍ້ງກັນດ້ວຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982.