(vovworld) – ກອງປະຊຸມສຳມະນາ ຫວຽດນາມ-ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືພັດທະນາພື້ນຖານໂຄງລ່າງໄຟຟ້ານິວເຄຼຍ ໄດ້ດຳເນີນໃນວັນທີ 23/6, ຢູ່ ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, 2 ຝ່າຍໄດ້ປຶກສາຫາລືສ້າງແຜນການຮ່ວມມື ລະຫວ່າງ ຫວຽດນາມ-ລັດເຊຍ ກ່ຽວກັບການພັດທະນາພື້ນຖານໂຄງລ່າງໄຟຟ້ານິວເຄຼຍໄລຍະ 2015-2017. ບັນດາການເຄື່ອນໄຫວຮ່ວມມືໂດຍ 2 ຝ່າຍສ້າງຂຶ້ນຕາມ 19 ບັນຫາພື້ນຖານໂຄງລ່າງໄຟຟ້ານິວເຄຼຍຕາມການແນະນຳຂອງ IAEA ແລະ ຮັບປະກັນລັກສະນະເປັນໄປໄດ້, ໂດຍອີງໃສ່ຄວາມຕ້ອງການຕົວຈິງ. ພິເສດ, ບັນດາການເຄື່ອນໄຫວຮ່ວມມືກັບສະຫະພັນລັດເຊຍ ຈະເອົາໃຈໃສ່ເຖິງການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອປະຕິບັດບັນດາໜ້າທີ່ໃນການພັດທະນາໄຟຟ້ານິວເຄຼຍ. ທີ່ກອງປະຊຸມສຳມະນາ, ທ່ານ Sokolov Yuri, ກຸ່ມບໍລິສັດ Rosenergoatom, ROSATOM, ອະດີດຮອງຜູ້ອຳນວຍການໃຫຍ່ IAEA, ຫົວໜ້າຄະນະປະຕິບັດງານຂອງສະຫະພັນລັດເຊຍ, ປາດຖະໜາຢາກຊອກຮູ້ຄວາມຕ້ອງການຕົວຈິງ ເພື່ອພັດທະນາໄຟຟ້ານິວເຄຼຍຂອງ ຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງໄຟຟ້ານິວເຄຼຍ.
ແລະກໍໃນວັນດຽວກັນ, ກ່າວຄຳເຫັນທີ່ການຕ້ອນຮັບຄະນະປະຕິບັດງານສະຫະພັນລັດເຊຍ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຈິນວຽດແທງ ໃຫ້ຮູ້ວ່າ: ຫວຽດນາມ ກໍພວມຕັ້ງໜ້າສົມທົບກັບ ລັດເຊຍ ເພື່ອກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ່ແກ່ການພັດທະນາໄຟຟ້ານິວເຄຼຍ. ນີ້ກໍແມ່ນຄາດໝາຍຈຸດສຸມຂອງ ຫວຽດນາມ ໃນໄລຍະຜ່ານມາ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະເອົາໃຈໃສ່ເພື່ອຮ່ວມມືກັບລັດເຊຍ ຊຸກຍູ້ການພັດທະນາໄຟຟ້ານິວເຄຼຍ.