ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊີງຮຸ່ງ
ແລະ ທ່ານປະທານສະພາແຫ່ງຊາດ ສເກົາຫລີ Chung Ui Hwa
ພາບ:TTXVN
|
(vovworld)- ໂດຍຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊີງຮຸ່ງ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສເກົາຫລີ ໂດຍທ່ານ Chung Ui Hwa, ປະທານສະພາແຫ່ງຊາດ ສເກົາຫລີ ນຳຫນ້າ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 17-21/3. ຕອນເຊົ້າວັນທີ 18/3, ພາຍຫລັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ໄດ້ມີການເຈລະຈາກັບ ທ່ານປະທານສະພາແຫ່ງຊາດ ສເກົາຫລີ Chung Ui Hwa. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຢືນຢັນ ນະໂຍບາຍສະເຫມີຕົ້ນສະເຫມີປາຍ ແລະ ການເລືອກເຟັ້ນມີລັກສະນະຍຸດທະສາດຂອງພັກ, ລັດ ຫວຽດນາມ ແມ່ນ ປັບປຸງ ແລະ ຊຸກຍູ້ການພົວພັນຮ່ວມມືຍຸດທະສາດກັບ ສເກົາຫລີ ຢ່າງບໍ່ຢຸດຢັ້ງ. ທ່ານປະທານສະພາແຫ່ງຊາດ ສເກົາຫລີ Chung Ui Hwa ຢືນຢັນ: ລັດຖະບານ, ສະພາແຫ່ງຊາດ ສເກົາຫລີ ຈະສ້າງທຸກເງື່ອນໄຂໃຫ້ຊາວຫວຽດນາມ ຮ່ຳຮຽນ, ເຮັດວຽກ ກໍຄືປະກອບສ່ວນເຂົ້າໃນການພັດທະນາຂອງປະເທດ ສເກົາຫລີ. ສອງຝ່າຍ ເຫັນດີສືບຕໍ່ປະຕິບັດຂໍ້ຕົກລົງລະຫວ່າງສອງສະພາແຫ່ງຊາດຢ່າງມີປະສິດທິຜົນ, ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ທັດສະນະກ່ຽວກັບບັນດາບັນຫາພາກພື້ນ, ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນສະມາຊິກສະພາແຫ່ງຊາດ, ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຂອງສອງປະເທດ. ສອງຝ່າຍສືບຕໍ່ຮ່ວມມືຕິດຕາມກວດກາການປະຕິບັດບັນດາສົນທິສັນຍາ, ສັນຍາຊື່ງ ລັດຖະບານສອງປະເທດໄດ້ລົງນາມ ຢ່າງມີປະສິດທິຜົນ, ສ້າງສະພາບແວດລ້ອມດ້ານນິຕິກຳຢ່າງສະດວກເພື່ອໃຫ້ພົນລະເມືອງສອງປະເທດໄປມາຢ່າງເສລີ, ສົ່ງເສີມການເຄື່ອນໄຫວຮ່ວມມື, ພົວພັນແລກປ່ຽນ ແລະ ປົກປ້ອງພົນລະເມືອງສອງປະເທດ.
ງອກແທກ, ນັກຂ່າວ VOV