ຫວຽດນາມແລະສເກົາຫລີຮ່ວມມືມອບໂອນເຕັກໂນໂລຊີປະຢັດພະລັງງານແລະ ຮັກສາສິ່ງແວດລ້ອມ

ຫວຽດນາມແລະສເກົາຫລີຮ່ວມມືມອບໂອນເຕັກໂນໂລຊີປະຢັດພະລັງງານແລະ ຮັກສາສິ່ງແວດລ້ອມ - ảnh 1
ຫວຽດນາມແລະສເກົາຫລີຮ່ວມມືມອບໂອນເຕັກໂນໂລຊີປະຢັດພະລັງງານ

(vovworld)- ຕອນ​ບ່າຍ​ວັນ​ທີ 28/2 ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ກົມ​ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ (ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ) ແລະ ສະ​ມ​າ​ຄົມ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຖັກ​ແສ່ວ ນະ​ຄອນ​ໂຮ່​ຈິ​ມີນ ສົມ​ທົບ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ສ​ເກົາ​ຫລີ ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ສຳ​ມະ​ນາ “ເຕັກ​ໂນ​ໂລ​ຊີ​ໃຫມ່​ໃນ​ການ​ປະ​ຢັດ​ພະ​ລັງ​ງານ ແລະ  ​ຮັກ​ສາ​ສິ່ງ​ແວດ​ລ້ອມ” ພ້ອມ​ທັງ​ເຊັນ​ຂໍ​້​ຕົກ​ລົງ​ກາ​ນ​ຮ່ວມ​ມື​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ​ໃນ​ຂົງ​ເຂດນີ້​ລະ​ຫວ່າງ​ບັນ​ດາ​ຫົວ​ຫນ່ວຍ, ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ສ​ເກົາ​ຫລີ”. ທ່ານ​ຟ້າມ​ເທ​ຢູງ, ຮອງ​ຫົວ​ຫນ້າ​ກົມ ກົມ​ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ ໃຫ້​ຮູ້​ວ່າ: ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃຫມ່​ໃນ​ຂົງ​ເຂດ​ສິ່ງ​ແວ​ດ​ລ້ອມ ເພື່ອ​ແນ​ໃສ່​ຫລຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິ​ດ​ເຮືອນ​ແກ້ວ, ພັດ​ທະ​ນາ​ການ​ຜະ​ລິດ​ພະ​ລັງ​ງານຄືນ​ໃຫມ່​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ລັດ​ຖະ​ບານ.

ທີ່ກອ​ງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ວິ​ສາ​ຫະ​ກິດ ສ​ເກົາ​ຫລີ ໄດ້​ແບ່ງ​ປັນ​, ແນະ​ນຳ​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ໃຫມ່​ປະ​ຢັດ​​ໄຟ​ຟ້າ​ໃນ​ໂຮງ​ຈັກ​ໂຮງ​ງານ, ການ​​ບຳ​ບັດ​ນ້ຳ​ເສຍ​ໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ປະ​ຢັດພະ​ລັງ​ງານ ແລະ ຜະ​ລິດ​ພະ​ລັງ​ງານ​ຄືນ​ໃຫມ່.


ຕອບກັບ

ຂ່າວ/ບົດ​ອື່ນ