ຫວຽດນາມແລະສ.ເກົາຫຼີ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ, ການຄ້າ

ຫວຽດນາມແລະສ.ເກົາຫຼີ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ, ການຄ້າ - ảnh 1
ທ່ານ Choo Kuyn Hoo, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊອງ​ນະ​ໂຍ​ບາຍ ແລະ ການ​ເງິນ ສ.ເກົາຫຼີ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈຸງ​ຫາ
(ພາບ:VGP/Nguyên Linh)

(vovworld) – ຕອນ​ບ່າຍ​ວັນ​ທີ 8/6, ທີ່​ຮ່າ​ໂນ້ຍ, ເມື່ອ​ຕ້ອນ​ຮັບ​ທ່ານ Choo Kuyn Hoo, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊອງ​ນະ​ໂຍ​ບາຍ ແລະ ການ​ເງິນ ສ.ເກົາຫຼີ ທີ່​ພວມ​ຢ້​ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ ສະ​ແດງ​ຄວາມ​ຂອບອົກ​ຂອບ​ໃຈ​ມາ​ຍັງລັດ​ຖະ​ບານ ແລະ ປະ​ຊາ​ຊົນ ສ.ເກົາຫຼີ ທີ່ໄດ້​ໜູນ​ຊ່ວນ​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ພັດ​ທະ​ນາ (ODA) ໃຫ້ແກ່ ຫວຽດ​ນາມ, ໃນ​ນັ້ນ​ມີ​ໂຄງ​ການ​ກໍ່​ສ້າງ​ຂົວ ວີ້ງ​ທີ້ງ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ແລກ​ປ່ຽນ​ຄ້າ​ຂາຍ​ສິນ​ຄ້າ, ສ້າງກຳ​ລັງ​ໜູນພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ. ເມື່ອ​ຕີ​ລາ​ຄາ​ສູງເລື່ອງວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ຂອງ ສ.ເກົາຫຼີ​ ທີ່​ລົງ​ທຶນ​ຢູ່ ຫວຽດ​ນາມ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ

ຮ່​ວາງ​ຈຸງ​ຫາຍ ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​ສ້າງ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ລົງ​ທຶນ, ເປີດ​ກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ, ໃນ​ນັ້ນ​ມີ​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ.


ຂ່າວ/ບົດ​ອື່ນ