ຫວຽດນາມແລະສ.ເຊັກໂກສົ່ງເສີມການແລກປ່ຽນກ່ຽວກັບບັນດານະໂຍບາຍສັງຄົມ

(VOVWORLD) -ໃນລະຫວ່າງວັນທີ 19 – 20 ກັນຍາ, ຄະນະປະຕິບັດງານຄະນະໂຄສະນາສຶກສາສູງກາງຫວຽດນາມ ໂດຍທ່ານ ຫວໍວັນຟວງ, ຮອງຫົວໜ້າຄະນະປະຈຳຄະນະໂຄສະນາສຶກສາສູນກາງ, ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດເຮັດວຽກຢູ່ສ.ເຊັກໂກ ເພື່ອຊອກຮູ້, ແລກປ່ຽນບົດຮຽນກ່ຽວກັບການສ້າງບັນດານະໂຍບາຍສັງຄົມ.

ທີ່ການເຮັດວຽກກັບຄະນະກຳມະການນະໂຍບາຍສັງຄົມ, ສະພາຕ່ຳສ.ເຊັກໂກ ໂດຍທ່ານນາງຮອງປະທານຄະນະກຳມະການ Lucie Safrankova ນຳໜ້າ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດານະໂຍບາຍຕ່ໍຜູ້ກິນເບ້ຍບຳນານ, ການຮັບປະກັນຊີວິດສັງຄົມ, ສິດພົນປະໂຫຍດຂອງແມ່ຍິງ, ນະໂຍບາຍດ້ານເຮືອນຢູ່. ທ່ານນາງ Safrankova ກໍ່ຕີລາຄາສູງປະຊາຄົມຊາວຫວຽດນາມອາໄສຢູ່ສ.ເຊັກໂກ, ຖືວ່າ ຊາວຫວຽດນາມ ມີຄວາມດຸໝັ້ນຂະຫຍັນພຽນ, ຂະຫຍັນຂັນເຄື່ອນ, ເຊື່ອມຕົວໄດ້ເປັນຢ່າງດີ, ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ສັງຄົມຂອງສ.ເຊັກໂກ.

        ໃນໂອກາດນີ້, ຄະນະປະຕິບັດງານກໍ່ໄດ້ມີການເຮັດວຽກກັບສະຖານທູດຫວຽດນາມ ປະຈຳສ.ເຊັກໂກ ແລະ ສະມາຄົມຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ.

ຕອບກັບ

ຂ່າວ/ບົດ​ອື່ນ