ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:daidoanket.vn
|
(vovworld)- ວັນທີ 2/7, ໃນຂອບເຂດການຢ້ຽມຢາມ ອີຕາລີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ເຂົ້າຮ່ວມກອງປະຊຸມສຳມະນາບົດຮຽນພັດທະນາສະຫະກອນເຂດ Emilia Romagna. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ Palma Costi, ປະທານສະຫະພັນບັນດາຫ້ອງການການຄ້າເຂດໃຫ້ຮູ້ວ່າ: Emila- Romagna ແມ່ນເຂດຮັ່ງມີ ແລະ ຂະຫຍັນຂັນເຄື່ອນທີ່ສຸດຂອງ ອີຕາລີ ພວມຊຸກຍູ້ການຮ່ວມມືກັບຫວຽດນາມ, ເປັນຕົ້ນ ກັບແຂວງ ບີງເຢືອງ. ເຂົ້າຮ່ວມກອງປະຊຸມສຳມະນາ, ບັນດາສະຫະກອນທີ່ມີຊື່ສຽງຂອງເຂດ Emila- Romagna ໄດ້ແລກປ່ຽນກັບຄະນະຜູ້ແທນຫວຽດນາມບັນດາບົດຮຽນໃນການເຄື່ອນໄຫວຄຸ້ມຄອງ, ພັດທະນາ, ພ້ອມທັງສະແດງຄວາມປາດຖະຫນາຢາກເພີ່ມທະວີການຮ່ວມມືທຸລະກິດກັບຫວຽດນາມ.
ໃນຂອບເຂດກອງປະຊຸມສຳມະນາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ເປັນສັກຂິພິຍານພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມື 3 ຝ່າຍ ລະຫວ່າງສະຫະພັນສະຫະກອນ ຫວຽດນາມ ກັບສະຫະພັນ ສະຫະກອນ ແລະ ສະຫະພັນບັນດາຫ້ອງການການຄ້າ ເຂດ Emilia –Romagna.