ຫວຽດນາມແລະອິນເດຍຊຸກຍູ້ການຮ່ວມມືໃນຂົງເຂດໄປສະນີ,ໂທລະຄົມມະນາຄົມ
ການເຈລະຈາລະຫວ່າງ 2 ຝ່າຍ
(ພາບ: infonet.vn)
(vovworld) - ວັນທີ 27/03, ຢູ່ອິນເດຍ, ໄດ້ດຳເນີນການເຈລະຈາລະຫວ່າງທ່ານລັດຖະມົນຕີກະຊວງ ຖະແຫຼງຊ່າວ ແລະ ສື່ສານຫວຽດນາມ ເຈືອງມິງຕ໋ວນ ແລະ ທ່ານລັດຖະມົນຕີສື່ສານອິນເດຍ Manoj Sinha. ກ່າວຄຳເຫັນທີ່ການເຈລະຈາ, ທ່ານລັດຖະມົນຕີ ເຈືອງມິງຕ໋ວນ ເນັ້ນໜັກວ່າ, ບັນດາວິສາຫະກິດອິນເດຍ ດ້ວຍທ່າແຮງແມ່ນທຶນຮອນ, ເຕັກໂນໂລຊີ ແລະ ບົດຮຽນໃນການດຳເນີນທຸລະກິດສາກົນ ຈະສືບຕໍ່ໄດ້ຮັບຜົນສຳເລັດຢູ່ຕະຫຼາດຫວຽດນາມ ດີກວ່າອີກ. ທ່ານລັດຖະມົນຕີ ເຈືອງມິງຕ໋ວນ ຖືວ່າ, 2 ປະເທດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຍູ້ແຮງບັນດາການເຄື່ອນໄຫວຮ່ວມມືຜ່ານການເພີ່ມທະວີການພົບປະ, ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນຈາກຂັ້ນຄຸ້ມຄອງລັດ ຕະຫຼອດຮອດການຮ່ວມມືລະຫວ່າງບັນດາວິສາຫະກິດ. ເລື່ອງເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືລະຫວ່າງລັດຖະບານ ແລະ ວິສາຫະກິດ 2 ປະເທດ ຈະຊ່ວຍໃຫ້ 2 ຝ່າຍມີກາລະໂອກາດເຂົ້າໃຈກັນຢ່າງລະອຽດກວ່າ ຈາກນັ້ນສົ່ງເສີມ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ ແລະ ໝັ້ນຄົງ. ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດອິນເດຍ ເຂົ້າຮ່ວມບັນດາໂຄງການ, ແຜນຮ່າງກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ.