ຫວຽດນາມແລະອິນໂດເນເຊຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມແລະອິນໂດເນເຊຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ảnh 1
​ທ່ານ ຮ່ວາງ​ແອ​ງຕ໋ວນ ແລະ ທ່ານ Ryamizard Ryacudu
(ພາບ: vietnam+)

(vovworld) ​ ​ ວັນ​ທີ 08/12, ​ທ່ານ ຮ່ວາງ​ແອ​ງຕ໋ວນ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ໂດ​ເນ​ເຊຍ ​​ໄດ້ເຂົ້າຢ້ຽ​ມຂ່ຳນັບ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິນ​ໂດ​ເນ​ເຊຍ ທ່ານ Ryamizard Ryacudu ຕາມ​ພິທີການ​ທູດ. ທີ່​ການ​ຕ້ອນຮັບ, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ກໍ​ຄື​ການ​ພົວພັນ 2 ປະ​ເທດ ຫວຽດນາມ - ອິນ​ໂດ​ເນ​ເຊຍ. ທ່ານ​ລັດຖະມົນຕີ Ryamizard Ryacudu ຫວັງ​ວ່າ: ການ​ພົວພັນ 2 ປະ​ເທດ​ເວົ້າ​ລວມ ​ແລະ ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ 2 ປະ​ເທດ​ເວົ້າ​ສະ​ເພາະ​ ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່​ໃນ​ອາຍຸ​ການ​ຂອງ​ທ່ານ ​ເອກ​ອັກຄະ​ລັດຖະທູດ. ທ່ານ ລັດຖະມົນຕີ Ryamizard Ryacudu ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ມີ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ສຳຄັນ ​ແລະ ຄວນ​ມີ​ການ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ລັດຖະມົນຕີ ອິນ​ Ryamizard Ryacudu ​ເນັ້ນ​ໜັກ​ວ່າ: ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​ແມ່ນ​ເສົາ​ຄ້ຳ, ​ແມ່ນພາກ​ສ່ວນ​ໜຶ່ງ​ ທີ່​ບໍ່​ສາມາ​​ດຕັດ​ແຍກ​ອອກ​ຈາກ​​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ ອິນ​ໂດ​ເນ​ເຊຍ ​ໄດ້ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ກັບ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ກ່ວາ​ອີກ. ທ່ານ ​ເອກ​ອັກຄະ​ລັດຖະທູດ ຮ່ວາງ​ແອ​ງ ຕ໋ວນ ຢືນຢັນ​ວ່າ: ​ໃນ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ​ພວມ​ສັບສົນ​ຄື​ປະຈຸ​ບັນ, ​ເລື່ອງ​ເພີ່ມ​ທະວີ​ການແລກປ່ຽນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດ ມີ​ບົດບາດ​ສຳຄັນ​ທີ່​ສຸດ​ສຳລັບ​ການ​​ຮັກສາ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ