ຫວຽດນາມແລະອາຟິຼກ ກາໃຕ້ຮ່ວມມືເອົາໃຈໃສ່ ເບິ່ງແຍງສຸຂະພາບ ປະຊາຊົນ
(ພາບປະກອບ: Minh Đức/Vietnam+)
(vovworld) –ແຕ່ວັນທີ 11-17/8, ຄະນະຜູ້ແທນຄະນະກຳມະການປົກປ້ອງ, ເອົາໃຈໃສ່ເບິ່ງແຍງສຸຂະພາບສູນກາງ ໂດຍທ່ານຫົວໜ້າ ດຣ ຫງວຽນກວກຈ້ຽວ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ອາຟິຼກກາໃຕ້ ເພື່ອແນໃສ່ແລກປ່ຽນບົດຮຽນໃນວຽງກງານເອົາໃຈໃສ່ເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ. ຄະນະນຳກະຊວງສາທາ ລະນະສຸກອາຟິຼກກາໃຕ້ ໄດ້ແນະນຳໃຫ້ທ່ານ ດຣ ຫງວຽນກວກຈ້ຽວ ຊາບກ່ຽວກັບລະບົບພື້ນຖານໂຄງລ່າງສາທາລະນະສຸກ, ບັນດານະໂຍບາຍທີ່ດີທີ່ສຸດ, ບັນດາຜົນງານກໍ່ຄືສິ່ງທ້າທາຍຂອງຂະແໜງສາທາລະນະສຸກອາຟິຼກກາໃຕ້ ໃນຈຸດໝາຍຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ. ບັນດານັກຄຸ້ມຄອງ ແລະ ວົງການນັກວິຊາສະເພາະອາຟິຼກກາໃຕ້ ໄດ້ຕີລາຄາສູງຜົນງານທີ່ຂະແໜງສາທາລະນະສຸກຫວຽດນາມບັນລຸໄດ້ ພ້ອມທັງຕີລາຄາສູງການພົວພັນຮ່ວມມືດ້ານສາທາລະນະສຸກລະຫວ່າງຫວຽດນາມ ແລະ ບັນດາປະເທດອາຟຼິກກາ./.