ຫວຽດນາມແລະອາເມລິກາລົງນາມໃນຂໍ້ຕົກລົງຮ່ວມມືກໍ່ສ້າງແຫຼ່ງຊັບພະຍາກອນມະນຸດດ້ານນິວເຄຼຍ
Westinghouse ແລະ ສະຖາບັນພະລັງງານປະລະມານູນິວເຄຼຍຫວຽດນາມ ເຊັນຂໍ້ຕົກລົງ
|
(vovworld)- ພິທີລົງນາມໃນຂໍ້ຕົກລົງຮ່ວມມືກໍ່ສ້າງແຫຼ່ງຊັບພະຍາກອນມະນຸດດ້ານນິວເຄຼຍ ໄດ້ດຳເນີນໃນຕອນບ່າຍວັນທີ 15/1, ຢູ່ຮ່າໂນ້ຍ, ລະຫວ່າງ ສະຖາບັນພະລັງງານປະລະມານູນິວເຄຼຍຫວຽດນາມ ກັບ ກຸ່ມບໍລິສັດໄຟຟ້າ Westinghouse ຂອງອາເມລິກາ. ກ່າວຄຳເຫັນທີ່ພິທີເຊັນສັນຍາ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ເຈິນຫວຽດແທງ ຢືນຢັນວ່າ: ເຫດການນີ້ ແມ່ນບາດກ້າວຜັນຂະຫຍາຍຢ່າງລະອຽດ, ສ້າງບາດກ້າວໃໝ່ໃນວິວັດການຮ່ວມມືບຳລຸງສ້າງນັກຊ່ຽວຊານໃຫ້ແກ່ຂົງເຂດພະລັງງານປະລະມານູນິວເຄຼຍ, ພາຍຫຼັງ 2 ປະເທດ ບັນລຸໄດ້ບົດບັນທຶກດ້ານນິວເຄຼຍພົນລະເຮືອນ ໃນເດືອນ 5 ປີ 2014. ທ່ານລັດຖະມົນຕີຊ່ວຍວ່າການ ເຈິນຫວຽດແທງ ເນັ້ນໜັກວ່າ:
ຫວຽດນາມ ຈະສ້າງໂຄງການພະລັງງານປະລະມານູຮັບໃຊ້ຈຸດປະສົງສັນຕິພາບໂດຍໄວ. ເພື່ອຮັບໃຊ້ຈຸດປະສົງນີ້, ເລື່ອງບຳລຸງສ້າງແຫຼ່ງຊັບ ພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບ ສູງ ແລະ ໄຟຟ້ານິວເຄຼຍ ແມ່ນບັນຫາສຳຄັນທີ່ສຸດ, ແມ່ນກະແຈໃຫ້ໂຄງການໄຟຟ້ານິວເຄຼຍຂອງຫວຽດນາມ ປະສົບຄວາມສຳເລັດ. ເລື່ອງລົງນາມໃນຂໍ້ຕົກລົງຮ່ວມມື ກັບ Westinghouse ຈະສ້າງຮາກຖານບຳລຸງສ້າງຖັນແຖວນັກຊ່ຽວຊານໃຫ້ຫວຽດນາມ ເວົ້າລວມ ແລະ ໃຫ້ສະຖາບັນພະລັງງານປະລະມານູນິວເຄຼຍເວົ້າສະເພາະຢ່າງມີປະສິດທິຜົນ.