ຫວຽດນາມແລະ Venezuelaຢັ້ງຢືນຄຳໝັ້ນສັນຍາຮ່ວມມືໃນຂົງເຂດນ້ຳມັນອາຍແກັດ
Thanh Chung -  
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໃຫ້ການຕ້ອນຮັບທ່ານຮອງປະທານາທິບໍດີ Venezuela Elias Jose Jaua Milano
(ພາບ: TTXVN)
|
(vovworld) – ຕອນບ່າຍວັນທີ 12/3, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໃຫ້ການຕ້ອນຮັບທ່ານຮອງປະທານາທິບໍດີ Venezuela Elias Jose Jaua Milano ຢູ່ຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ 2 ປະເທດ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽນເຕີນຢູ້ງ ສະເໜີ 2 ຝ່າຍສຸມໃສ່ຍູ້ແຮງການພົວພັນການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດຍ້ອນການຄ້າ 2 ສົ້ນເຖິງວ່າໄດ້ເຕີບໂຕແລ້ວແຕ່ຍັງຈຳກັດຢູ່ດັ່ງນັ້ນ 2 ປະເທດອາດຈະຮ່ວມມືຫຼາຍກ່ວາອີກໃນຂົງເຂດນີ້. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າການລົງທຶນຂອງ ຫວຽດນາມ ເຂົ້າ Venezuela ພວມປະສົບກັບຄວາມຫຍຸ້ງຍາກ ພິເສດໃນຂົງເຂດນ້ຳມັນອາຍແກັດ. ດັ່ງນັ້ນ, ຫວຽດນາມ ປາດຖະໜາວ່າປະທານາທິບໍດີ Maduro, ຮອງປະທານາທິບໍດີ ແລະ ລັດຖະບານ Venezuela ຈະມີມາດຕະການໜູນຊ່ວຍຢ່າງເໝາະສົມ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາໂຄງການຕົ້ນຕໍບັນລຸຜົນສຳເລັດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຊີ້ແຈ້ງວ່າ ຫວຽດນາມ ຈະສືບຕໍ່ຮ່ວມມື, ສະໜັບສະໜູນ Venezuela ແລະ ຈະບໍ່ປະລະການລົງທຶນເຂົ້າຂົງເຂດນ້ຳມັນອາຍແກັດ ຢູ່ Venezuela. ທ່ານນາຍົກລັດຖະມົນຕີຢັ້ງຢືນນີ້ແມ່ນໂຄງການໄດ້ຮັບຄວາມເອົາໃຈໃສ່ພິເສດຈາກພັກ, ລັດ, ສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ, ໂຄງການນີ້ບໍ່ພຽງແຕ່ມີຄວາມໝາຍດ້ານເສດຖະກິດເທົ່ານັ້ນ ຫາກຍັງມີຄວາມໝາຍການເມືອງອີກດ້ວຍ.
ທ່ານຮອງປະທານາທິບໍດີ Elias Jose Jaua Milano ຢັ້ງຢືນ: ບັນດາການນຳ Venezuela ຍາມໃດກໍ່ເອົາໃຈໃສ່ເພີ່ມທະວີ ແລະ ເຮັດໃຫ້ການພົວພັນຮ່ວມມືກັບ ຫວຽດນາມ ໃຫ້ເລິກເຊິ່ງຂຶ້ນຕື່ມໃນທຸກຂົງເຂດ. ທ່ານຮອງປະທານາທິບໍດີ ໃຫ້ຮູ້ວ່າ: ຝ່າຍ Venezuela ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກ ແລະ ການເງິນດີກ່ວາອີກເພື່ອໃຫ້ໂຄງການນ້ຳມັນອາຍແກັດລະຫວ່າງ 2 ປະເທດສືບຕໍ່ພັດທະນາ. ທ່ານຮອງປະທານາທິບໍດີ Elias Jose Jaua Milano ກໍ່ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນພື້ນຖານປະຊາທິປະໄຕ ກໍ່ຄືປາດຖະໜາຢາກດຳລົງຊີວິດໃນສັນຕິພາບ ແລະ ສະຖຽນລະພາບຂອງ Venezuela, ຍ້ອນວ່າສຽງເວົ້າຂອງ ຫວຽດນາມ ສຳຄັນທີ່ສຸດໃນເວທີສາກົນ.
Thanh Chung