(vovworld) – ວັນທີ 1/6, ຢູ່ນະຄອນຫຼວງ Algiers, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເຈລະຈາກັບທ່ານນາຍົກລັດຖະມົນຕີ Algeria Abdelmalek Sellal. ທີ່ການເຈລະຈາ, ນາຍົກລັດຖະມົນຕີທັງ 2 ທ່ານໄດ້ແລກປ່ຽນຢ່າງຮອບດ້ານກ່ຽວກັບການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ນາຍົກລັດຖະມົນຕີທັງ 2 ທ່ານເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ພົບປະຂັ້ນສູງລະຫວ່າງ 2 ປະເທດ, ເພີ່ມທະວີການສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີປາໄສ ແລະ ອົງການສາກົນ. ນາຍົກລັດຖະມົນຕີ 2 ທ່ານສະແດງຄວາມຕັດສິນໃຈນຳການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ, ແຮງງານລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່, ໃຫ້ສົມກັບການພົວພັນດ້ານການເມືອງອັນດີງາມ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ພ້ອມທັງໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ 2 ປະເທດສືບຕໍ່ຮ່ວມມືດຳເນີນທຸລະກິດ ແລະ ລົງທຶນຢູ່ແຕ່ລະປະເທດໃນບັນດາຂົງເຂດຄື: ກະສິກຳ - ປ່າໄມ້, ນ້ຳມັນອາຍແກສ, ແຮງງານ… ສູ້ຊົນຍົກວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 1 ຕື້ USD ໃນຊຸມປີຕໍ່ໄປ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ທ່ານນາຍົກລັດຖະມົນຕີ Abdelmalek Sellal ເຫັນດີເປັນເອກະສັນຊີ້ນຳຍົກສູງປະສິດທິຜົນການເຄື່ອນໄຫວຂອງກົນໄກຄະນະກຳມະການຮ່ວມມືລະຫວ່າງລັດຖະບານ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ 2 ຝ່າຍຮ່ວມມື ແລະ ສົ່ງເສີມບັນດາໂຄງການລະອຽດຕາມຮູບແບບໃໝ່ໃນທຸກໆຂົງເຂດຈາກອຸດສາຫະກຳ, ກະສິກຳ, ປຸງແຕ່ງທັນຍາຫານ… ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ຢັ້ງຢືນວ່າ:
“ພວກຂ້າພະເຈົ້າເຫັນດີເປັນເອກະສັນຢ່າງສູງວ່າ: ທັງ 2 ຝ່າຍພ້ອມກັນມານະພະຍາຍາມຮ່ວມມືນຳການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວລະຫວ່າງ 2 ປະເທດກ້າວຂຶ້ນສູ່ລະດັບສູງໃໝ່, ສູ້ຊົນນຳວົງເງິນການຄ້າ 2 ຝ່າຍຂຶ້ນເຖິງ 1 ຕື້ USD ໃນໄລຍະຈະມາເຖິງ. Algeria ຖະແຫຼງຮັບຮູ້ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດຢ່າງຄົບຖ້ວນ. ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນ Algeria ເຂົ້າຮ່ວມ WTO ໂດຍບໍ່ຕ້ອງດຳເນີນການເຈລະຈາກັບ ຫວຽດນາມ”
ທ່ານນາຍົກລັດຖະມົນຕີ Algeria Abdelmalek Sellal ໃຫ້ຮູ້ວ່າ: Algeria ປາດຖະໜາຢາກໃຫ້ ຫວຽດນາມ ໜູນຊ່ວຍ, ຊ່ວຍເຫຼືອ, ຮ່ວມມືເພື່ອໃຫ້ປະເທດນີ້ຟື້ນຟູຂະແໜງອຸດສາຫະກຳຕ່ຳແຜ່ນຕັດຫຍິບ ແລະ ປຸງແຕ່ງທັນຍາຫານຄືນໃໝ່. ໃນຂົງເຂດກະສິກຳ, Algeria ພ້ອມແລ້ວທີ່ຈະສະຫງວນໃຫ້ບັນດາວິສາຫະກິດ ຫວຽດນາມ ເນື້ອທີ່ດິນແຕ່ 20.000 ເຖິງ 30.000 ha ເພື່ອຮ່ວມມືປູກເຂົ້າ ແລະ ລ້ຽງສັດ, ຫວຽດນາມ ອາດຈະສົ່ງນັກຊ່ຽວຊານ ແລະ ຊາວກະສິກອນຂອງຕົນໄປຍັງ Algeria ເພື່ອປະຕິບັດໂຄງການນີ້ໂດຍໄວ. ທ່ານນາຍົກລັດຖະມົນຕີ Abdelmalek Sellal, ຢັ້ງຢືນວ່າ:
“ບັນດາວິສາຫະກິດ ຫວຽດນາມ ຍາມໃດກໍ່ໄດ້ຮັບການຕ້ອນຮັບຢູ່ Algeria ໃນຂົງເຂດສຳຫຼວດ, ຂຸດຄົ້ນກໍ່ຄືສະໜອງການບໍລິການນ້ຳມັນອາຍແກສ. ນອກຈາກໂຄງການຮ່ວມດຳເນີນທຸລະກິດລະຫວ່າງ Petrovietnam ແລະ ບໍລິສັດນ້ຳມັນອາຍແກສແຫ່ງຊາດ Algeria (Sonatrach) ແລ້ວ, Algeria ຍັງພ້ອມແລ້ວທີ່ອະນຸຍາດໃຫ້ກຸ່ມບໍລິສັດນ້ຳມັນອາຍແກສ ຫວຽດນາມ ເປີດກ້ວາງ ປະສິດທິພາບໂຄງການເກົ່າ ກໍ່ຄືເປີດໂຄງການໃໝ່ຢູ່ສະຖານທີ່ໃໝ່. Algeria ຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາວິສາຫະກິດກໍ່ສ້າງສົ່ງຄົນງານໄປຍັງ Algeria ເຂົ້າຮ່ວມການກໍ່ສ້າງບັນດາໂຄງການ, ກ່ອນອື່ນໝົດແມ່ນໂຄງການກ່ຽວກັບເຮືອນຢູ່…”
ທີ່ການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນເຊິ່ງທັງ 2 ຝ່າຍຕ່າງມີຄວາມສົນໃຈ, ຢັ້ງຢືນພ້ອມກັນຮ່ວມມືຢ່າງແໜ້ນແຟ້ນໃນການປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບໃນໂລກ.
ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ທ່ານນາຍົກລັດຖະມົນຕີ Abdelmalek Sellal ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ.