ທ່ານຮອງປະທານສະພາແຫ່ງຊາດ ຮືງງອກເຊີນ ຕ້ອນຮັບ ແລະ ເຈລະຈາ
ກັບທ່ານນາງຮອງປະທານສະພາແຫ່ງຊາດ Slovakia Jana Lassakova
(ພາບ: Phương Hoa/TTXVN)
(vovworld) - ວັນທີ 2/4, ຢູ່ສຳນັກງານສະພາແຫ່ງຊາດຫວຽດນາມ, ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຮືງງອກເຊີນ ນຳໜ້າ, ໄດ້ມີການເຈລະຈາກັບຄະນະສະມາຊິກສະພາແຫ່ງຊາດສາທາລະນະລັດ Slovakia ໂດຍທ່ານນາງຮອງປະທານສະພາແຫ່ງຊາດ Jana Lassakova ນຳໜ້າ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການເຈລະຈາ, ທ່ານຮອງປະທານສະພາແຫ່ງຊາດ ຮືງງອກເຊີນ ເນັ້ນໜັກວ່າ: ຫວຽດນາມ ຢາກເປັນເພື່ອກັບທຸກປະເທດ ແຕ່ກໍ່ຖືເປັນສຳຄັນ ການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ Slovakia. ສະພາແຫ່ງຊາດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຮ່ວມມື, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ລັດ ແລະ 2 ຊາດ ຫວຽດນາມ- Slovakia. ສະພາແຫ່ງຊາດຫວຽດນາມພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດ Slovakia ຊອກຮູ້ກາລະໂອກາດຮ່ວມມື, ລົງທຶນໃນຫຼາຍຂົງເຂດ ເຊິ່ງຫວຽດນາມ ມີຄວາມຕ້ອງການ ແລະ Slovakia ມີທ່າແຮງຄື: ບຳລຸງສ້າງຊັບພະຍາກອນມະນຸດ, ຜະລິດອຸປະກອນນ້ຳມັນອາຍແກັດ, ກະສິກຳ,ອຸດສາຫະກຳປ້ອງກັນຊາດ…ທີ່ການເຈລະຈາ,2 ຝ່າຍເຫັນດີເປັນເອກະສັນໃນໄລຍະຈະມາເຖິງ, ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງ 2 ປະເທດ,2 ສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ແລະ ສະມາຊິກລັດຖະສະພາເອງ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນກໍ່ຄືແລກປ່ຽນບົດຮຽນໃນການເຄື່ອນໄຫວນິຕິບັນຍັດ ແລະ ຕິດຕາມກວດກາ.
ແລະກໍ່ໃນວັນດຽວກັນ, ທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງ, ໄດ້ໃຫ້ການຕ້ອນຮັບທ່ານນາງ Jana Lassakova, ຮອງປະທານສະພາແຫ່ງຊາດ Slovakia. ນະທີ່ນີ້, ທ່ານ ຮ່ວາງບີ່ງກວນ ຢືນຢັນວ່າ: ພັກກອມມູນິດຫວຽດນາມ ມີນະໂຍບາຍເປີດກ້ວາງ ແລະ ເພີ່ມທະວີການພົວພັນກັບບັນດາພັກກອມມູນິດ, ກຳມະກອນ, ຝ່າຍຂວາກໍ່ຄືບັນດາພັກກຳອຳນາດໃນທົ່ວໂລກ, ໃນນັ້ນມີພັກທິດທາງສັງຄົມປະຊາທິປະໄຕ (SMER-SD) ຂອງ Slovakia. ທ່ານ ຮ່ວາງບີ່ງກວນ ສະເໜີໃນໄລຍະຈະມາເຖິງ 2 ພັກເພີ່ມທະວີການພົບ ປະ, ແລກປ່ຽນຄະນະຜູ້ແທນ, ກ້າວໄປເຖິງການສ້າງຕັ້ງສາຍພົວພັນຢ່າງເປັນທາງການ, ສ້າງພື້ນຖານດ້ານການເມືອງອັນຍາວນານໃຫ້ແກ່ການຮ່ວມມື 2 ຝ່າຍລະຫວ່າງ 2 ປະເທດ.