(ພາບປະກອບ)
(vovworld) - ວັນທີ 12/1, ສູນຕີລາຄາຂໍ້ມູນອຸບັດເຫດທາງການບິນ (JACDEC) ຂອງ ເຢັຍລະມັນ ໄດ້ປະກາດບັນຊີລາຍຊື່ 60 ບໍລິສັດການບິນປອດໄພທີ່ສຸດຢູ່ໂລກໃນປີ 2015, ໃນນັ້ນມີບໍລິສັດການບິນ ແຫ່ງຊາດ ຫວຽດນາມ (ຫວຽດນາມແອລາຍ). ການຕີລາຄາດັ່ງກ່າວແມ່ນອີງໃສ່ຜົນແຫ່ງການໄຈ້ແຍກການບໍລິການຂົນສົ່ງ ກໍ່ຄືບັນດາອຸບັດເຫດໃຫຍ່, ນ້ອຍໃນຮອບເວລາ 30 ປີມານີ້. ຫວຽດນາມແອລາຍ ຖືກຈັດເຂົ້າບັນຊີລາຍຊື່ນີ້ ແມ່ນຍ້ອນຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ປະສິດທິຜົນໃນການເຄື່ອນໄຫວດ້ານການບິນ. ຄຽງຂ້າງນັ້ນ, ຫວຽດນາມແອລາຍຍັງໄດ້ຫັນຈຸບິນເປັນຈຸບິນລຸ້ນໃໝ່ອີກ, ກໍ່ຄືຍົກຄຸນນະພາບການບໍລິການຂຶ້ນລະດັບ 4 ດາວ.