ຫວຽດນາມໂຄສະນາເຜີຍແຜ່ກ່ຽວກັບການບໍ່ນຳໃຊ້ບັນດາຜະລິດຕະພັນຈາກ ສັດປ່າ,ພືດປ່າທີ່ລ້ຳຄ່າຫາຍາກຢ່າງຕັ້ງໜ້າ.
(ພາບປະກອບ)
(vovworld) – ຫວຽດນາມໂຄສະນາເຜີຍແຜ່ກ່ຽວກັບການບໍ່ນຳໃຊ້ບັນດາຜະລິດຕະພັນຈາກ ສັດປ່າ,ພືດປ່າທີ່ລ້ຳຄ່າຫາຍາກຢ່າງຕັ້ງໜ້າ. ນີ້ແມ່ນຫົວຂໍ້ໃນກອງປະຊຸມສຳມະນາ ໂດຍຄະນະໂຄສະນາສຶກສາສູນກາງ, ຕິດຕາມກວດກາ ຕາໜາງການຄ້າຂາຍສັດປ່າ, ພືດປ່າ ທົ່ວໂລກ ຢູ່ຫວຽດນາມ (TRAFFIC) ຈັດຂື້ນທີ່ແຂວງລາວກາຍ ໃນວັນທີ 23/6. ກອງປະຊຸມສຳມະນາ ໄດ້ດຶງດູດການເຂົ້າຮ່ວມ ຂອງນັກວິທະຍາສາດ, ນັກຄຸ້ມຄອງ, ສູນອະນຸລັກຮັກສາທຳມະຊາດ ຂອງ 29 ແຂວງ, ນະຄອນເຂດພາກເໜືອ. ກອງປະຊຸມສຳມະນາ ໄດ້ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ ຂອງຖັນແຖວພະນັກກງານ ໂຄສະນາສຶກສາ ໃນວຽກງານໂຄສະນາເຜີຍແຜ່ປ່ຽນແປງ ການກະທຳບໍ່ນຳໃຊ້ບັນດາຜະລິດຕະພັນ ຈາກສັດປ່າ ແລະ ພືດປ່າທີ່ລ້ຳຄ່າຫາຍາກ. ບັນດາຜູ້ແທນປະກອບຫຼາຍຄຳເຫັນ ກ່ຽວກັບການອະນຸລັກຮັກສາຊີວະນານາພັນ; ບົດຮຽນໃນການອະນຸລັກຮັກສາ ສັດປ່າສະນິດຕ່າງ ຕໍ່ໄພລ່າເນື້ອຢ່າງຜິດກົດໝາຍ ແລະ ຫຼຸດຜ່ອນຄວາມຕ້ອງການ ນຳໃຊ້ບັນດາຜະລິດຕະພັນຈາກພຶດພັນສັດປ່າ