ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ເຂດປອດອາວຸດນິວເຄຼຍ

ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ເຂດປອດອາວຸດນິວເຄຼຍ - ảnh 1
ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ
(ພາບ: TTXVN)

 (vovworld) – ທີ່​ສຳ​ນັກ​ງານ​​ຂອງ ສ​ປ​ຊ ຢູ່​ນິວຢອກ (ປະ​ເທດ ອາ​ເມ​ລິ​ກາ) ຫາກໍ່ຈັດ​ຕັ້ງກອງ​ປ​ະ​ຊຸມ​ຄັ້ງ​ທີ 3 ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ບັນ​ດາ​​ເຂດປອດ​ອາ​ວຸດ​ນິວ​ເຄຼຍ. ເຂົ້າ​ຮ່ວມກອງ​ປະ​ຊຸມ, ມີ​ຜູ້​ຕາງ​ໜ້າ​ຂອງກ່​ວາ 100 ປະ​ເທດ​ສ​ະ​ມາ​ຊິກ​ບັນ​ດາ​ເຂດ​ປອດ​ອາ​ວຸດ​ນິວ​ເຄຼຍ ແລະ ຫຼາຍ​ປະ​ເທດ, ອົງ​ການ​ຜູ້​ສັງ​ເຫດ​ການ, ໃນ​ນັ້ນ​ມີ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ທິ​ເຟືອງ​ງາ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ ຫວຽດ​ນາມ ປະ​ຈຳ ສ​ປ​ຊ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ເນັ້ນ​ໜັກ​ວ່າ: ບັນ​ດາ​​ເຂດ​ປອດ ອາ​ວຸດ​ນິວ​ເຄຼຍ​ໄດ​້ ແລະ ພວມ​ມີ​​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປັບ​ປຸງ​ພື້ນ​ຖານ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ​ກໍ່​ຄື​​ຄວາມ​ມານ​ະ​ພະ​ຍາ​ຍາມ​ລົບ​ລ້າງ, ຕ້ານ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຊົມ​ເຊີຍ​ບັນ​ດາ​ຄວາມ​ມານ​ະ​ພະ​ຍາ​ຍາມ​ສາ​ກົນ​ເພື່ອ​ແນ​ໃສ່​ປັບ​ປຸງ​​ຜົນ​ສັກ​ສິດ​ຂອງ​ບັນ​ດາ​ເຂດ​ປອດ​ອາ​ວຸດ​ນິວ​ເຄຼຍ, ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢູ່ ອາ​ຟະ​ລິ​ກາ, ອາ​ຊີ​ກາງ, ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອາ​ເມ​ລິ​ກາ​ລາ​ຕີງ - ກາ​ຣີ​ເບ ແລະ ປາ​ຊີ​ຟິກ​ເໜືອ, ກໍ່​ຄື​ກົດ​ລະບຽບ​ປອດ​ອາ​ວຸດ​ນິວ​ເຄຼຍ​​ຂອງ ໂມງ​ກົນ. ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສ​ະ​ມາ​ຊິກ ອາ​ຊຽນ ອື່ນ, ຫວຽດ​ນາມ ຢັ້ງ​ຢ​ືນ​ຄຳ​ໝັ້ນ​ສັນ​ຍາ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຕາມ​ໂຄງ​ການ​ເຄື່ອນ​ໄຫວ​ຂອງ​​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້.

ຂ່າວ/ບົດ​ອື່ນ