(vovworld) – ຕອນບ່າຍວັນທີ 9/4, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜ່ານເຄືອຂ່າຍ ອິນເຕີເນັດກັບບັນດາສະຖາບັນອະນາໄມກັນພະຍາດ ແລະ Pasteur 5 ເຂດກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານພະຍາດໝາກແດງທີ່ພວມຜັນແປໄປຢ່າງສັບສົນຢູ່ຫຼາຍທ້ອງຖີ່ນ. ທີ່ກອງປະຊຸມ, ກະຊວງສາທາລະນະສຸກ ໃຫ້ຂໍ້ສັງເກດວ່າພະຍາດໝາກແດງ ຈະໄດ້ຮັບການຄວບຄຸມໃນເວລາ 2, 3 ເດືອນຈະມາເຖີງ ແລະ ຈະໄດ້ຮັບການລົບລ້າງໃນປີ 2017. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ເອົາໃຈໃສ່ເປັນພິເສດເຖິງບັນດາແຂວງ, ນະຄອນປະຕິບັດການສັກຢາກັນພະຍາດໝາກແດງ ໃຫ້ເດັກໃນເກນອາຍຸ ເພື່ອມຸ່ງໄປເຖິງການລົບລ້າງພະຍາດໃນປີ 2017.
“ປະເທດພວກເຮົາບໍ່ທັນປະກາດການລົບລ້າງພະຍາດໝາກແດງ. ຮອດປີ 2017, ຫວຽດນາມ ຈຶ່ງໃຫ້ຄຳໝັ້ນສັນຍາກັບປະຊາຄົມໂລກກ່ຽວກັບການລົບລ້າງພະຍາດໝາກແດງ. ດັ່ງນັ້ນ, ປະຈຸບັນ, ກະຊວງສາທາລະນະສຸກໄດ້ມອບໜ້າທີ່ໃຫ້ໂຄງການສັກຢາເປີດກ້ວາງແຫ່ງຊາດ ສັກຢາກັນພະຍາດໝາກແດງ ແລະ ວັກຊີນ Rubella ໃຫ້ເດັກອາຍຸແຕ່ 1 -14 ປີ 23 ລ້ານຄົນ. ຖ້າເຮັດໄດ້ສິ່ງດັ່ງກ່າວ, ພະຍາດໝາກແດງຈຶ່ງບໍ່ເກີດຂຶ້ນຄືນໃໝ່ໄດ້.”