(vovworld) – ຫວຽດນາມແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນການປະຕິບັດສຳເລັດບັນດາຄາດໝາຍສະຫັດສະວັດເຊິ່ງສະຫະປະຊາຊາດໄດ້ວາງອອກກ່ອນກຳນົດເວລາ. ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ, ເມື່ອຕອບສຳພາດຕໍ່ສ່ືທວນຊົນພາຍໃນປະເທດ, ເນື່ອງໃນໂອກາດຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກຂອງສະພາເສດຖະກິດສັງຄົມຂອງສະຫະປະຊາຊາດ (ECOSOC). ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊີ້ແຈ້ງວ່າ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການຕີລາຄາຂອງປະຊາຄົມສາກົນ ສຳລັບບົດບາດ, ທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນ ແລະ ພິເສດແມ່ນບັນດາການປະກອບສ່ວນຂອງຫວຽດນາມ ໃນຂົງເຂດຕ່າງໆ ກ່ຽວກັບການພັດທະນາເສດຖະກິດສັງຄົມ, ການພັດທະນາປະເທດຊາດ, ຈາກນັ້ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງສະຫະປະຊາຊາດ.
“ນີ້ກໍແມ່ນການຕີລາຄາສູງຫວຽດນາມ ໃນການປະຕິບັດສຳເລັດບັນດາຄາດໝາຍສະຫັດສະວັດ. ຫວຽດນາມ ໄດ້ຮັບການເລືອກຕັ້ງຄືແນວນັ້ນ ໄດ້ສະແດງໃຫ້ເຫັນບົດບາດ, ທີ່ຕັ້ງຂອງຫວຽດນາມ ຢ່າງຈະແຈ້ງ ແລະ ຄວາມປາດຖະໜາຂອງບັນດາປະເທດສະມາຊິກສະຫະປະຊາຊາດ ກ່ຽວກັບເລື່ອງຫວຽດນາມ ຈະມີການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັນດາການເຄື່ອນໄຫວຕ່າງໆດ້ານເສດຖະກິດ, ການວາງແຜນນະໂຍບາຍກ່ຽວກັບເສດຖະກິດສັງຄົມຂອງສະຫະປະຊາຊາດ”.