ຫວຽດນາມໄດ້ຮັບເລືອກເຂົ້າສະພາເສດຖະກິດສັງຄົມສະຫະປະຊາຊາດ

ຫວຽດນາມໄດ້ຮັບເລືອກເຂົ້າສະພາເສດຖະກິດສັງຄົມສະຫະປະຊາຊາດ - ảnh 1
(ພາບປະກອບ)

(vovworld) - ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ 182/187 ບັດ, ​ຫວຽດນາມ​ ໄດ້​ກາຍ​ເປັນ​ສະມາຊິກ​ຂອງສະພາ​ເສດຖະກິດ​ສັງຄົມ​ສະຫະປະຊາ​ຊາດ (ECOSOC) ​ເທື່ອ​ທີ 2, ​ໃນອາຍຸ​ການ 2016-2018 ​ແລະ ຫວຽດນາມ​ ຈະ​ຮັບ​ໜ້າ​ທີ່​​ເປັນສະມາຊິກ ECOSOC ຢ່າງ​ເປັນ​ທາງ​ກາງ ນັບ​ແຕ່​ວັນ​ທີ 1/1/2016 ​ເປັນ​ຕົ້ນ​ໄປ.

        ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນ; ​ເຊິ່ງດຳ​ເນີນ​ກົງ​ກັບ​ເວລາ​ທີ່​ສະມັດຊາ​ໃຫຍ່ສະຫະປະຊາ​ຊາດ  ຫາ​ກໍ່​ຮັບຮອງ​ເອົາ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ຢ່າງ​ໝັ້ນຄົງ​ເຖິງ​ປີ 2030. ດັ່ງ​ນັ້ນ​​, ເພື່ອນມິດສາ​ກົນ​ມີ​ຄວາມ​ຫວັງ​ຫຼາຍ​ຢ່າງ​​ເຖິງ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ພ້ອມ​ກັບ 53 ປະ​ເທດ​ສະມາຊິກ​ທີ່​ຍັງ​ເຫຼືອ​ຂອງ ECOSOC ​ໃນ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ. ທ່ານ​ປະທານ ECOSOC, ​ເອກ​ອັກ​ຄະ​ລັດຖະທູດ ສ​ເກົາຫຼີ  Oh Joon ​ໄດ້​ອວຍພອນ​ລັດຖະບານ​ຫວຽ​ດນາມ ​ແລະ ​ໃຫ້​ຮູ້​ວ່າ, ບັນດາ​ສະມາຊິກ ECOSOC ປາຖະໜາ​ຢາກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ ​ໃນ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ສຳຄັນ​ຂອງ ECOSOC. ສ່ວນ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​​ຫວຽດນາມ ​ປະຈຳສະຫະ​ປະຊາ​ຊາດ, ​ໃຫ້​ຮູ້​ວ່າ, ດ້ວຍ​ນຳ້​ໃຈ​ຮ່ວມ​ມື, ສ້າງສັນ, ຫວຽດນາມ ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ ECOSOC, ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ກຳລັງ, ​ແຫຼ່ງກຳລັງ​ໃນ​ສັງຄົມ, ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ພັດທະນາ​ສະຫະ​ປະຊາ​ຊາດ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​​ແຫ່ງການ​ຮ່ວມ​ມືພັດທະນາ ​ເພື່ອ​ປະຕິບັດ​​ສຳ​ເລັດໂຄງການ​ດຳ​ເນີນ​ງານ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ (SDG), ພິ​ເສດ​ແມ່ນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ທຸກ​ຍາກ, ຊຸກຍູ້​ການ​​ເຕີບ​ໂຕ​ເສດຖະກິດ​ຢ່າງ​ໝັ້ນຄົງ, ຮອບດ້ານ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

 

ຂ່າວ/ບົດ​ອື່ນ