(vovworld) - ຕອນບ່າຍວັນທີ 26/08, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເປັນປະທານກອງປະຊຸມ “ຕີລາຄາວຽກງານເຊື່ອມໂຍງເຂົ້າກັບສາກົນ ໃນໄລຍະຜ່ານມາ, ກຳນົດທິດຜັນຂະຫຍາຍບັນດາການເຄື່ອນໄຫວໃນໄລຍະຈະມາເຖິງ”. ປະຈຸບັນ, ຫວຽດນາມໄດ້ປະຕິບັດການເຈລະຈາສຳເລັດກັບ 12 ເຂດການຄ້າເສລີ, ໃນນັ້ນມີສັນຍາ 2 ສະບັບຍັງບໍ່ທັນມີຜົນບັງຄັບໃຊ້, ພວມເຈລະຈາສັນຍາ 4 ສະບັບ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢືນຢັນວ່າ, ຫວຽດນາມ ໄດ້ ແລະ ພວມເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ, ບັນດາວິສາຫະກິດ, ກະຊວງ, ຂະແໜງການ ລ້ວນແຕ່ຕັ້ງໜ້າໃນການເຊື່ອມໂຍງເຂົ້າກັບສາກົນ ດ້ວຍແຜນນະໂຍບາຍສະເໝີຕົ້ນສະເໝີປາຍ. ໝາກຜົນທີ່ບັນລຸໄດ້ມາຮອດຈຸດເວລານີ້ແມ່ນ, ຫວຽດນາມ ໄດ້ມີການພົວພັນກັບບັນດາຄູ່ຮ່ວມມືເສດຖະກິດພັດທະນາຢ່າງແຮງ. ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ ຄະນະຊີ້ນຳລະຫວ່າງຂະແໜງເສດຖະກິດກ່ຽວກັບການເຊື່ອມໂຍງ ຕ້ອງເປັນເຈົ້າການໃຫ້ຄຳປຶກສາ, ມີບັນດາການຕີລາຄາສັງລວມກ່ຽວກັບເລື່ອງເຂົ້າຮ່ວມ FTA ຂອງຫວຽດນາມ ເພື່ອເຫັນໄດ້ບັນດາທ່າແຮງ, ຈຸດອ່ອນ ແລະ ມີມາດຕະການແກ້ໄຂຢ່າງທັນການ.