ຫວຽດນາມໄວ້ທຸກລະດັບຊາດຜູ້ນຳກູບາ
Fidel Castro Ruz ໃນວັນທີ 04/12/2016
(ພາບປະກອບ)
(vovworld) - ແຈ້ງການພິເສດຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.
ເພື່ອສະແດງຄວາມເສົ້າສະຫຼົດໃຈ, ຄວາມຮູ້ບຸນຄຸນຜູ້ນຳ Fidel Castro Ruz ແລະ ເລີ່ມ ມາຈາກສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ກູບາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຕົກລົງໄວ້ທຸກຜູ້ນຳ Fidel Castro Ruz ດ້ວຍພິທີໄວ້ທຸກລະດັບຊາດໃນວັນທີ 04/12/2016. ໃນໄລຍະເວລານີ້, ບັນດາອົງການສຳນັກງານໃນທົ່ວປະເທດ ແລະ ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳຕ່າງປະເທດລົດທຸງລົງເຄິ່ງເສົາ, ມີໂປໄວ້ທຸກຕາມການກຳນົດ, ບໍ່ຈັດຕັ້ງບັນດາການເຄື່ອນໄຫວບັນເທີງສາທາລະນະ.
ຝ່າຍ ກູບາ, ພັກ ແລະ ລັດ ກູບາ ໄດ້ຕົກລົງໄວ້ທຸກລະດັບຊາດຜູ້ນຳ Fidel Castro Ruz 9 ວັນ, ເລີ່ມແຕ່ 6 ໂມງ 00 ເຊົ້າວັນທີ 26/11 ເຖິງ 12 ໂມງ 00 ວັນທີ 04/12/2016 (ຕາມເວລາ ກູບາ); ພິທີຝັງສົບຜູ້ນຳ Fidel Castro Ruz ຈະໄດ້ຈັດຕັ້ງໃນເວລາ 7 ໂມງ 00 ຕອນເຊົ້າວັນທີ 04/12/2016 ຢູ່ສຸສານນະຄອນ Santiago de Cuba. ຜູ້ນຳ ກູບາ Fidel Castro Ruz ແມ່ນເພື່ອນໃຫຍ່ກ່ວາໝູ່ ທີ່ສະໜິດຕິດພັນກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ສຸດ. ບົນເວທີສາກົນ ຜູ້ນຳ ກູບາ Fidel Castro Ruz ແມ່ນນັກການເມືອງ ແລະ ການນຳທີ່ດີເລີດໃນຂະບວນການກອມມູນິດ ແລະ ກຳມະກອນສາກົນ, ປະກອບສ່ວນອັນໃຫຍ່ຫລວງ ແລະ ຕັ້ງໜ້າໃຫ້ແກ່ຂະບວນການຕໍ່ສູ້ປົດປ່ອຍປະເທດຊາດ, ຕ້ານພວກຈັກກະພັດມະຫາອຳນາດ ແລະ ກົດຂີ່ຂູດຮີດ, ຕ້ານລັດທິຈຳແນກເຊື້ອຊາດ, ເພື່ອສັນຕິພາບ ແລະ ຍຸຕິທຳໃນໂລກກ່ວາ 50 ປີຜ່ານມາ.