ຫວຽດນາມ-ໄອແລນຊຸກຍູ້ການຮ່ວມມື2ຝ່າຍໃນຫຼາຍຂົງເຂດ
ທ່ານປະທານາທິບໍດີສ.ອາຍແລນ, Olafur Ragnar
(ພາບປະກອບ: icenews.is)
(vovworld) – ຕອນເຊົ້າວັນທີ 04/11, ຢູ່ສຳນັກງານປະທານປະເທດ, ໄດ້ຈັດພິທີຕ້ອນຮັບທ່ານປະທານາທິບໍດີສ.ອາຍແລນ, Olafur Ragnar ແລະ ພັນລະຍາເນື່ອງໃນໂອກາດເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ ໃນລະຫວ່າງວັນທີ 03 – 06/11, ຕາມຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ. ພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ຖືວ່າ, ນັບແຕ່ວັນສ້າງຕັ້ງການພົວພັນທາງການທູດ ເມື່ອວັນທີ 05/08/1973, ການພົວພັນດ້ານການເມືອງລະຫວ່າງ 2 ປະເທດໄດ້ຮັບການພັດທະນາຢ່າງດີງາມ, ແຕ່ວ່າ, ການພົວພັນດ້ານການຄ້າລະຫວ່າງ 2 ປະເທດ ຍັງບໍ່ທັນເໝາະສົມກັບການພົວພັນດ້ານການເມືອງອັນດີງາມເທື່ອ. ການນຳ 2 ທ່ານ ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການພົວພັນ 2 ຝ່າຍ, ຂຸດຄົ້ນທ່າແຮງ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືໃນບັນດາຂົງເຂດເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ… ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ 2 ຝ່າຍຊອກຮູ້ ແລະ ເພີ່ມທະວີການພົວພົວຮ່ວມມືດ້ານການຄ້າ, ການລົງທຶນ; ຊຸກຍູ້ການລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ກຸ່ມການຄ້າເສລີເອີລົບ (EFTA); ເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສສາກົນ.