(ພາບປະກອບ)
(vovworld) - ວັນທີ 9/3, ຢູ່ດ່ານສາກົນ ເກົ່າແຈວ, ແຂວງ ຮ່າຕິ້ງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີມອບຮັບບັນດາອຸປະກອນ ເພື່ອຊ່ວຍລາວປະຕິບັດບົດບາດເປັນປະທານຜັດປ່ຽນ ອາຊຽນໃນປີ 2016. ບັນດາອຸປະກອນມອບຮັບໃນຄັ້ງນີ້ ນອນໃນແຜນການຮ່ວມມືປີ 2016 ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ - ລາວ, ຕາມຂໍ້ຕົກລົງນີ້, ຝ່າຍ ຫວຽດນາມຈະໜູນຊ່ວຍ ລາວຈັດຕັ້ງບັນດາກອງປະຊຸມປ້ອງກັນຊາດໃນປີທີ່ ລາວຮັບບົດບາດເປັນປະທານ ອາຊຽນ 2016. ສິ້ນສຸດພິທີມອບຮັບ, ພັນເອກ ຫງວຽນດ້າຍໂຫ້ຍ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ພັນເອກ ບັງສີ ໄຊສົມຄົດ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດລາວ ໄດ້ລົງນາມໃນບົດບັນທຶກການມອບຮັບບັນດາອຸປະກອນດັ່ງກ່າວ.