ຫວຽດນາມໜູນຊ່ວຍລາວພັດທະນາແນວພັນປູກ

ຫວຽດນາມໜູນຊ່ວຍລາວພັດທະນາແນວພັນປູກ - ảnh 1
ພິທີເປີດສະໜອງຫ້ອງການ
(ພາບ: Hoàng Chương/Vietnam+)

(vovworld) - ​​ວັນ​ທີ 25/2, ຢູ່ ວຽງ​ຈັນ, ບໍລິສັດຫຸ້ນ​ສ່ວນ​​ແນວ​ພັນ​ປູກ ພາກ​ໃຕ້ ຫວຽດນາມ ສົມທົບ​ກັບກະຊວງ​ກະສິກຳ - ປ່າ​ໄມ້ ລາວ ຈັດ​ຕັ້ງ​ການ​ເປີດ​ສະຫຼອງ​ຫ້ອງການຕາງໜ້າບໍລິສັດ​ແນວ​ພັນ​ປູກ ຢູ່ ລາວ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ​ແນວ​ພັນ​ປູກ ພາກ​ໃຕ້ ທ່ານ ຮ່ວາງ​ຟີ​ກວາງ, ​ໃຫ້​ຮູ້​ວ່າ, ຜ່ານ​ກະຊວງ​ກະສິກຳ - ປ່າ​ໄມ້ ລາວ, ​ໃນ 15 ປີຜ່ານມາ, ບໍລິສັດ​ໄດ້​ຊ່ວຍ​ເຫຼືອ​ແນວ​ພັນ​ສາລີ​​ທຸກ​ຊະນິດເກືອບ 700 ​ໂຕນໃຫ້​​ແກ່​ປະຊາຊົນ ລາວ. ບໍລິສັດ​ຫຸ້ນ​ສ່ວນ​ແນວ​ພັນ​ປູກ​ພາກ​ໃຕ້​ໄດ້​ເປີດ​ຫ້ອງການ​ຕາງໜ້າ​ຢູ່ ລາວ ​ເພື່ອຈຸດໝາຍ​ເປີດ​ກ້ວາງ​ຕະຫຼາດ, ມຸ່ງ​ໄປ​ເຖິງ​​ບັນລຸ​ກ່ວາ 30% ຈຳ​ນວນ​​ແນວ​ພັນ​​ສາລີ​ທຸກ​ຊະ​ນິດ​ຢູ່ ລາວ ​ໃນ​ຮອບ​ເວລາ 2 – 3 ປີ​ຈະ​ມາ​ເຖິງ. ​ໄປ​ຄຽງ​ຄູ່​ກັບ​ການ​ສະໜອງກ່ຽວ​ກັບ​​ແນວ​ພັນ​ປູກ​ແລ້ວ, ບໍລິສັດ​ຍັງ​ຝຶກ​ອົບຮົມ, ປະຕິບັດ​ຮູບ​ແບບ​ທີ່​ເປັນແບບຢ່າງ, ຂັ້ນ​ຕອນ​ການ​ປູກຝັງມີ​ປະສິດທິ​ຜົນ​ທີ່​ສຸດ.​.​.​ ຊ່ວຍ​ເຫຼືອ​ຊາວ​ກະສິກອນ ລາວ​ຍົກ​ສູງ​ຄວາມ​ຮູ້​ກ່ຽວ​ກັບ​ກະສິກຳ​. ສ່ວນ​ຜູ້ຕາງໜ້າ​ກະຊວງ​ກະສິກຳ ລາວ ຫວັງ​ວ່າ ບໍລິສັດ​ຈະ​ຊ່ວຍ​ໃຫ້​ປະຊາຊົນ ລາວ ມີ​ແນວ​ພັນ​ປູກ​ຫຼາຍ​ຊະນິດ​ທີ່​ດີ, ພິ​ເສດ​ແມ່ນ​ສາລີ, ​ເພື່ອ​ຮັບ​ໃຊ້​ໃຫ້ 8 ​ແຂວງ​ທາງ​ພາກ​ເໜືອ​ລາວ, ຊຸກຍູ້​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ - ຫລຸດ​ຜ່ອນ​ຄວາມທຸກ​ຍາກ, ປະກອບສ່ວນ​ເພີ່ມ​ພູນ​ຄູນສ້າງ​ການ​ພົວພັນ​ແບບ​ພິ​ເສດ​ລະ​ຫວ່າງ 2 ປະ​ເທດ ລາວ - ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ແບບ​ຍືນ​ຍົງ.



ຂ່າວ/ບົດ​ອື່ນ