ຫວຽດນາມ - ກຸຍບາ ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ - ກຸຍບາ ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ảnh 1
ພົນ​ໂທ ຫງວຽນ​ຊວນ​ຫຼີກ ພົບປະກັບ​ທ່ານ Jose Ramon Machado Ventura
(ພາບ: vietnamplus.vn)


(vovworld) - ​ຕອນ​ບ່າຍ​ວັນ​ທີ 24 ຕຸລາ, ຢູ່​ຫ້ອງວ່າການ​ສູນ​ກາງ​ພັກ​ກອມ​ມູນິດ​ກຸຍ​ບາ, ທ່ານພົນ​ໂທ ຫງວຽນ​ຊວນ​ຫຼີກ, ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງກອງທັບປະຊາຊົນ ຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Jose Ramon Machado Ventura, ​ເລຂາ​ທີ​ສອງ ຄະນະ​ຊີ້​ນຳ​ສູນ​ກາງ​ພັກ​ກອມ​ມູນິດ, ຮອງ​ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ​ກຸຍ​ບາ. ພົນ​ໂທ ຫງວຽນ​ຊວນ​ຫຼີກ ຢືນຢັນ​ວ່າ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ​ຫວຽດນາມ ​ແລະ ກຸຍ​ບາ ​ໃນ​ໄລຍະຜ່ານ​ມາ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ສັງຄົມ​ນິຍົມ​ຢູ່​​ແຕ່ລະ​ປະ​ເທດ. ພົນ​ໂທ ຫງວຽນ​ຊວນ​ຫຼີກ ​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ຮ່ວມ​ມື​ກັບ​ກຸຍ​ບາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນະ​ໂຍບາຍບຸລິມະສິດຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ສັດ​ຊື່​ບໍລິສຸດ, ການຮ່ວມ​ມືຮອບດ້ານ​ລະຫວ່າງ 2 ປະ​ເທດ​ຍິ່ງກວ່າ​ອີກ. ພົນ​ໂທ ຫງວຽນ​ຊວນ​ຫຼີກ ປາດ​ຖະໜາ​ວ່າ ການ​ນຳ ພັກ, ລັດ ​ແລະ ລັດຖະບານ​ກຸຍ​ບາ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ.

        ສ່ວນ​ທ່ານ Machado Ventura, ​ເນັ້ນ​ໜັກ​ວ່າ, ກຸຍ​ບາ ຈະ​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້ກອງທັບ 2 ປະ​ເທດ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ເຮັດສຳ​ເລັດ​ໜ້າ​ທີ່​ເຊິ່ງພັກ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້.

ຂ່າວ/ບົດ​ອື່ນ