ຫວຽດນາມ ກາຍເປັນ ຈຸດພົ້ນເດັ່ນໃນການດຶງດູດເງິນລົງທຶນໃໝ່ຂອງ ອາຊີຕາເວັນອອກສ່ຽງໃຕ້
(VOVWORLD) -ຫວຽດນາມພວມກາຍເປັນຈຸດພົ້ນເດັ່ນໃນການດຶງດູດເງິນລົງທຶນຈາກຕ່າງປະເທດ ຢູ່ ອາຊີຕາເວັນອອກສ່ຽງໃຕ້. ນີ້ແມ່ນຂໍ້ສັງເກດຂອງທ່ານ Sam Cheong Chwee ຜູ້ອຳນວຍການໃຫຍ່ຄຸ້ມຄອງ ແລະ ໃຫ້ຄຳປຶກສາການລົງທຶນຕ່າງປະເທດຂຶ້ນກັບທະນາຄານ UOB (United Overseas Bank) ໃນບົດວິເຄາະກ່ຽວກັບສະພາບການເສດຖະກິດພາກພື້ນທີ່ໄດ້ເອົາລົງໃນ ໜັງສືພີມ ຂອງສິງກະໂປ ໃນວັນທີ 9 ຕຸລາ.
ຜູ້ຂຽນບົດຊີ້ໃຫ້ເຫັນວ່າ ໃນຊຸມປີມໍ່ໆນີ້ ແຫຼ່ງເງິນທຶນລົງທຶນໂດຍກົງຈາກຕ່າງປະເທດເຂົ້າຕະຫຼາດ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ຕົວເລກສະຖິຕິຂອງ ກອງປະຊຸມກ່ຽວກັບການຄ້າ ແລະ ພັດທະນາ ສປຊ (UNCTAD) ສະແດງໃຫ້ເຫັນວ່າ ປິ 2018 ຫວຽດນາມ ດຶງດູດ ເງິນລົງທຶນ FDI ໄດ້ເຖິງ 16 ຕື້ USD. ບໍ່ພຽງແຕ່ເທົ່ານັ້ນ, ຫວ່າງແລ້ວນີ້ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ກໍ່ໄດ້ປະກາດບົດລາຍງານໂດຍໃຫ້ຮູ້ວ່າ ໃນ 9 ເດືອນຕົ້ນ ປີ 2019 ຫວຽດນາມ ດຶງດູດ ເງິນລົງທຶນ FDI ໄດ້ຫຼາຍກ່ວາ 18,4 ຕື້ USD, ການເຕີບໂຕກ່ຽວກັບເສດຖະກິດ ແລະ ອຸດສາຫະກຳ ຈະຊ່ວຍໃຫ້ ຫວຽດນາມຍາມໃດກໍ່ເປັນຄູ່ຮ່ວມມື ແລະ ຕະຫຼາດທີ່ສຳຄັນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນ 10 ປີຈະມາເຖິງ.