ຫວຽດນາມ ຄັດຄ້ານເລື່ອງ ໄຕ້ຫວັນ (ປະເທດຈີນ) ດຳເນີນການຊ້ອມຮົບຍິງລູກປືນແທ້ໃນເຂດທະເລອ້ອມແອ້ມເກາະ ບາບີ່ງ

(VOVWORLD) - ຫວຽດນາມ ມີຫຼັກຖານດ້ານນິຕິທຳ ແລະ ປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. 
ຫວຽດນາມ ຄັດຄ້ານເລື່ອງ ໄຕ້ຫວັນ (ປະເທດຈີນ) ດຳເນີນການຊ້ອມຮົບຍິງລູກປືນແທ້ໃນເຂດທະເລອ້ອມແອ້ມເກາະ ບາບີ່ງ - ảnh 1ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ 

ວັນທີ 24 ສິງຫາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ ເກາະ ບາບີ່ງ, ໝູ່ເກາະເຈື່ອງຊາ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ຊີ້ແຈ້ງວ່າ: “ຫວຽດນາມ ມີຫຼັກຖານດ້ານນິຕິທຳ ແລະ ປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ເລື່ອງ ໄຕ້ຫວັນ (ປະເທດຈີນ) ໄດ້ຈັດຕັ້ງການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບີ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາຂອງ ຫວຽດນາມ ແມ່ນການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະນີ້ຢ່າງໜັກໜ່ວງ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ, ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ອີກຄັ້ງນີ້, ຫວຽດນາມ ເດັກດຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄຕ້ຫວັນ (ປະເທດຈີນ) ບໍ່ມີການກະທຳຄ້າຍຄືກັນຕື່ມອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ