ກອງປະຊຸມສຳມະນາຫວຽດນາມ - ຄູ່ຮ່ວມມືການຄ້າ ແລະ ອຸດສາຫະກຳສຳຄັນຂອງ ຝຣັ່ງ ຢູ່ ເຂດອາຊີຕາເວັນອອກສ່ຽງໃຕ້
( ພາບ: vietnamplus.vn )
(vovworld) – ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຫວຽດນາມ - ຄູ່ຮ່ວມມືການຄ້າ ແລະ ອຸດສາຫະກຳສຳຄັນຂອງຝຣັ່ງຢູ່ເຂດອາຊີຕາເວັນອອກສ່ຽງໃຕ້” ໂດຍສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ, ສຳນັກງານອຳນາດການປົກຄອງ Paris ແລະ ຫ້ອງການ ການຄ້າ ແລະ ອຸດສາຫະກຳ Paris (ຫຼື CCIP) ສົມທົບກັນຈັດຕັ້ງຂຶ້ນ. ທີ່ກອງປະຊຸມສຳມະນາ,ບັນດາຜູ້ແທນ ໄດ້ຮັບຟັງບົດລາຍງານສຳຄັນຫຼາຍສະບັບກ່ຽວກັບບັນດານະໂຍບາຍພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນຂອງຫວຽດນາມ ໃນຊຸມປີຜ່ານມາ, ກໍຄືບັນດາໝາກຜົນຂອງ ການພັດທະນາ, ການພົວພັນຮ່ວມມື 2 ຝ່າຍລະຫວ່າງຫວຽດນາມ - ຝຣັ່ງ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານຮອງ ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າຫວຽດນາມ Nguyen Thanh Bien ຊີ້ແຈງບັນດາທິດກຳນົດໃຫຍ່ໃນການພັດທະນາການຄ້າຂອງຫວຽດນາມແຕ່ນີ້ຮອດປີ 2020 ແລະ ຍຸດທະສາດການສົ່ງອອກ - ນຳເຂົ້າສິນຄ້າໃນໄລຍະ 2011 – 2020. ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ຢູ່ນອກກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີ Nguyen Thanh Bien ໃຫ້ຮູ້ວ່າ:
“ສະຫະພາບເອີລົບ ເວົ້າລວມ ແລະ ຝຣັ່ງ ເວົ້າສະເພາະສວມບົດບາດສຳຄັນ ໃນການພົວພັນດ້ານເສດຖະກິດ - ການຄ້າຂອງຫວຽດນາມ ກັບບັນດາປະເທດ ແລະ ບັນດາພາກພື້ນ ໃນໂລກ. ໃນໄລຍະຜ່ານມາ, ການພົວພັນເສດຖະກິດ - ການຄ້າ ລະຫວ່າງຫວຽດນາມ ແລະ ອີຢູ ໄດ້ເຕີບໂຕຢ່າງບໍ່ຢຸດຢັ້ງ. ສະເພາະຝຣັ່ງແລ້ວ, ພວກເຮົາຫວັງວ່າຝຣັ່ງຍັງຄົງແມ່ນຕະຫຼາດສົ່ງອອກສິນຄ້າຕົ້ນຕໍຂອງຫວຽດນາມໃນບັນດາປະເທດສັງກັດສະຫະພາບເອີລົບ”
ທ່ານ Nguyen Thanh Bien,ຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າຫວຽດນາມ
ທ່ານນາງ Martine Stepanek, ຜູ້ຮັບຜິດຊອບພາກພື້ນອາຊີ ແລະ ທະວີບອາເມລິກາຂອງຫ້ອງການການຄ້າ ແລະ ອຸດສາຫະກຳປາຣີ ໃຫ້ຮູ້ວ່າ
“ ຜ່ານຫຼາຍປີທີ່ເປັນຜູ້ຮັບຜິດຊອບກ່ຽວກັບຫວຽດນາມ, ຂ້າພະເຈົ້າໄດ້ເຫັນແຈ້ງ ແລະ ບັນດາວິສາຫະກິດຝລັ່ງໄດ້ຫັນປະຈັກຕາການພັດທະນາຢູ່ຫວຽດນາມ. ສິ່ງດັ່ງກາວໄດ້ເຮັດບັນດາວິສາຫະກິດ, ໂດຍສະເພາະແມ່ນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ປາດຖະໜາຢາກລົງທຶນດຳເນີນທຸລະກິດຢູ່ຫວຽດນາມ ໃນສະພາບການລົງທຶນນັບມື້ນັບດຶງດູດ, ມີຄວາມສະດວກສະບາຍສຳລັບບັນດາວິສາຫະກິດຕ່າງປະເທດ. ເພາະສະນັ້ນ, ຂ້າພະເຈົ້າຄິດວ່າ ການພັດທະນາແມ່ນສິ່ງຈະແຈ້ງ ແລະ ບັນດາວິສາຫະກິດຂອງພວກຂ້າພະເຈົ້າພວມມີແງ່ຫວັງພັດທະນາຢ່າງສະດວກສະບາຍ ”.