(vovworld) – ໃນລະຫວ່າງວັນທີ 18 - 21/11, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ຈະສົມທົບກັນຈັດຕັ້ງກອງປະຊຸມສຳມະນາບໍ່ເປັນທາງການຂອງເວທີປາໄສອາຊີ - ເອີລົບ ກ່ຽວກັບສິດທິມະນຸດຄັ້ງທີ 14 ດ້ວຍຫົວຂໍ້ “ວິສາຫະກິດ ແລະ ສິດທິມະນຸດ”. ເລື່ອງຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສຳມະນາຄັ້ງທີ 14 ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜັນຂະຫຍາຍແຜນນະໂຍບາຍຂອງພັກ ແລະ ລັດກ່ຽວກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັນສາກົນ, ໃນນັ້ນມີຂົງເຂດສິດທິມະນຸດ; ຢືນຢັນ ຍາມໃດຫວຽດນາມກໍ່ເຄົາລົບຄຸນຄ່າດ້ານສິດທິມະນຸດ ແລະ ພ້ອມແລ້ວທີ່ຈະເຈລະຈາເພື່ອຮັດແຄບບັນດາຄວາມແຕກໂຕນກັນ; ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດ ASEM ເລິກເຊິ່ງຂຶ້ນຕື່ມ. ກອງປະຊຸມສຳມະນາຈະສຸມໃສ່ປຶກສາຫາລືກ່ຽວກັບເນື້ອໃນໜ້າທີ່ຮັບຜິດຊອບປົກປ້ອງສິດທິມະນຸດຂອງປະເທດຊາດ, ໜ້າທີ່ຮັບຜິດຊອບປົກປ້ອງສິດທິມະນຸດຂອງບັນດາວິສາຫະກິດ, ເລື່ອງຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງໃນການປົກປ້ອງສິດທິມະນຸດ.
ເຂົ້າຮ່ວມກອງປະຊຸມສຳມະນາ, ຄາດວ່າຈະມີຜູ້ແທນ 120 ຄົນ ທີ່ຕ່າງນ້າໃຫ້ບັນດາປະເທດ ASEM, ບັນດາອົງການຈັດຕັ້ງສັງຄົມ… ໃນຂອບເຂດເຫດການຈະຈັດກອງປະຊຸມສຳມະນາດ້ວຍຫົວຂໍ້ “ສັນຍາແຮງງານ ແລະ ສິດຂອງຜູ້ອອກແຮງງານ” ໂດຍຫວຽດນາມ ຈັດຕັ້ງ.