ຫວຽດນາມ ຈະຮ່ວມມື ຢ່າງຕັ້ງໜ້າກັບ ນິວຊີແລນ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນິງ ແລະ ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນ ນິວຊີແລນ Bill English
(ພາບ: An Đăng/TTXVN)
(vovworld) – ວັນທີ 17/9, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນິງ ແລະ ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນ ນິວຊີແລນ Bill English ມີການເຈລະຈາຢູ່ ຮ່າໂນ້ຍ. ທີ່ການເຈລະຈາ, 2 ຝ່າຍເຫັນດີເປັນເອກະສັນຕັ້ງໜ້າສົມທົບກັນປະຕິບັດບັນດາຂໍ້ຕົກລົງຂັ້ນສູງເປັນຢ່າງດີ, ໃນນັ້ນມີການສຸມໃສ່ຜັນຂະຫຍາຍໂຄງການເຄື່ອນໄຫວໄລຍະ 2013 – 2016 ກໍ່ຄືສັນຍາຫຼີກລ້ຽງການເກັບພາສີຊ້ອນທີ່ຫາກໍ່ໄດ້ຮັບການລົງນາມເມື່ອເດືອນ 8/2013, ມານະພະຍາຍາມ ສຸ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 1 ຕື້ USD ໃນປີ 2015 (ໃນປີ 2012 ແມ່ນ 569 ລ້ານ USD).
2 ຝ່າຍກໍ່ເຫັນດີຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ບັນດາຂົງເຂດອື່ນໆເຊິ່ງທັງ 2 ຝ່າຍຕ່າງມີທ່າແຮງຄື: ກະສິກຳ, ຜະລິດ ແລະ ປຸງແຕງນ້ຳນົມ, ເຄື່ອງດື່ມ...
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຢັ້ງຢືນນະໂຍບາຍຂອງ ຫວຽດນາມ ຍາມໃດກໍ່ຖືການພົວພັນຮ່ວມມືກັບບັນດາປະເທດຢູ່ ປາຊີຟິກໃຕ້ ເປັນສຳຄັນ, ໃນນັ້ນມີ ນິວຊີແລນ, ເນັ້ນໜັກວ່າ ຫວຽດນາມ ຈະຮ່ວມມືຢ່າງຕັ້ງໜ້າກັບ ນິວຊີແລນ ແລະ ບັນດາປະເທດກ່ຽວຂ້ອງເພື່ອຊຸກຍູ້ການເຈລະຈາກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດເຂດ ປາຊີຟິກ (TPP) ໂດຍໄວ.