(vovworld) – ວັນທີ 3/3, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີບົດກ່າວປາໄສສຳຄັນທີ່ກອງປະຊຸມຂັ້ນສູງຄັ້ງທີ 25 ສະພາສິດທິມະນຸດ ສປຊ ເຊິ່ງໄຂຂຶ້ນໃນວັນດຽວກັນຢູ່ສຳນັກງານສະຫະປະຊາຊາດ ທີ່ ເຊີແນວ (ປະເທດສະວິດ). ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ປະຈຸບັນ, ຫວຽດນາມ ໄດ້ສ້າງສຳເລັດ 5/8 ຈຸດໝາຍພັດທະນາສະຫັດສະຫວັດ ແລະ ມີແງ່ຫວັງສ້າງສຳເລັດບັນດາຈຸດໝາຍທີ່ຍັງເຫຼືອກ່ອນປີ 2015, ເຊິ່ງແມ່ນ 1 ໃນຈຳນວນ 10 ປະເທດມີລະດັບລາຍຮັບສູງສຸດໃນຮອບເວລາ 40 ປີຜ່ານມາຕາມບົດລາຍງານກ່ຽວກັບດັດຊະນີການພັດທະນາມະນຸດຂອງອົງການ ສປຊ ເພື່ອການພັດທະນາ.
ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ການຮັບປະກັນ ແລະ ຊຸກຍູ້ບັນດາສິດທິມະນຸດແມ່ນແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງສະພາບເສດຖະກິດ - ການເງິນທົ່ວໂລກ, ຫວຽດນາມ ບໍ່ພຽງແຕ່ຫລຸດຜ່ອນເທົ່ານັ້ນ ຫາກຍັງຍູ້ແຮງບັນດານະໂຍບາຍຮັບປະກັນຊີວິດການເປັນຢູ່ຂອງ ປະຊາຊົນອີກດ້ວຍ, ພິເສດແມ່ນສຳລັບ ແມ່ຍິງ, ເດັກນ້ອຍ, ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກ ແລະ ເຂດປະສົບກັບຄວາມຫຍຸ້ງຍາກອື່ນໆ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກເປັນພິເສດເຖິງລັດຖະທຳມະນູນທີ່ສະພາແຫ່ງຊາດຮັບຮອງເອົາໃນວັນທີ 28/11/2013 ພາຍຫຼັງໄດ້ຮັບເອົາຄຳເຫັນປະກອບເປັນເວລາດົນນານ, ໃນນັ້ນມີ 36 ມາດຕາໃນຈຳນວນ 120 ມາດຕາແມ່ນເວົ້າເຖິງສິດທິມະນຸດ, ສິດ ແລະ ພັນທະຂອງພົນລະເມືອງ, ແມ່ນບາດກ້າວດີພໍສົມຄວນຂອງການປັບປຸງລັດແຫ່ງອຳນາດນິຕິບັນຍັດ, ສອດຄ່ອງກັບບັນດາມາດຖານສາກົນກ່ຽວກັບສິດທິມະນຸດຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ດ້ວຍບົດຮຽນ, ຜົນສຳເລັດ ແລະ ຄວາມຕັດສິນໃຈຂອງຕົນ, ຫວຽດນາມ ພ້ອມແລ້ວທີ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມ ແລະ ວຽກງານລວມຂອງສະພາສິດທິມະນຸດ ເພື່ອບັນດາສິດ, ຄວາມເສລີ ແລະ ບັນດາຄຸນຄ່າວັດທະນະທຳມະນຸດ.