(vovworld) – ກວ່າ 80%, ສ່ວນບຸກຄົນ, ອົງການຈັດຕັ້ງສະແດງຄວາມພຶງພໍໃຈຕໍ່ບັນດາການບໍລິກາຂອງລັດ ທີ່ກ່ຽວຂ້ອງເຖິງຂົງເຂດທີ່ດິນ, ກໍ່ສ້າງ, ສາທາລະນະສຸກ, ວັດທະນະທຳ, ການລົງທຶນ. ນີ້ແມ່ນໝາກຜົນການສຳຫຼວດຢູ່ບັນດາແຂວງ ບິ່ງດິ້ງ, ຟຸ໋ທໍ້, ແທງຮ໋ວາ. ບັນດາບົດຮຽນໃນການສຳຫຼວດລະດັບພຶງພໍໃຈຕໍ່ການບໍລິການຂອງລັດໄດ້ຮັບການແບ່ງປັນທີ່ກອງປະຊຸມສຳມະນາໂດຍກະຊວງພາຍໃນ ແລະ ທະນາຄານໂລກຈັດຕັ້ງໃນວັນທີ 20/08, ຢູ່ຮ່າໂນ້ຍ.
ທ່ານຮອງລັດຖະມົນຕີກະຊວງພາຍໃນ ຫງວຽນຕ໋ຽນຢິງ ໃຫ້ຮູ້ວ່າ ເຖິງວ່າຫວຽດນາມ ບັນລຸໄດ້ບັນດາຄວາມກ້າວໜ້າປະທັບໃຈໃນການສະໜອງການບໍລິການ, ແຕ່ຍັງມີຄວາມແຕກຕ່າງກັນໃນການສະໜອງການບໍລິການທີ່ມີຄຸນນະພາບລະຫວ່າງບັນດາທ້ອງຖິ່ນ, ລະຫວ່າງເຂດຕ່າງໆໃນທົ່ວປະເທດ. ສະນັ້ນ, ການປະຕິຮູບດ້ານບໍລິຫານລັດ ຕ້ອງຍູ້ແຮງກວ່າອີກເພື່ອແກ້ໄຂບັນດາບັນຫາດັ່ງກ່າວ. ດ້ານອື່ນ, ການປະຕິຮູບດ້ານບໍລິຫານລັດຍັງຕ້ອງຮັບປະກັນໃຫ້ທຸກຄົນສາມາດສຳພັດ ແລະ ມີສິດໄດ້ຊົມໃຊ້ບັນດາການບໍລິການທີ່ມີຄຸນນະພາບສູງສຸດຢ່າງສະເໝີພາບ ແລະ ຄົບຖ້ວນ.
ໃນໄລຍະຈະມາເຖິງ, ກະຊວງພາຍໃນຈະສືບຕໍ່ດຳເນີນການສຳຫຼວດ, ກຳນົດດັດຊະນີພຶງພໍໃຈຂອງປະຊາຊົນ, ອົງການຈັດຕັ້ງຕໍ່ການຮັບໃຊ້ຂອງບັນດາອົງການບໍລິຫານລັດເວົ້າລວມ ໃນທົ່ວປະເທດ. ມີບັດສຳຫຼວດກວ່າ 30.000 ບັດ ຈະໄດ້ຮັບການຄັດເລືອກເພື່ອສຳຫຼວດ 6 ຂົງເຂດບໍລິການ ຢູ່ 70 ເມືອງ ແລະ 210 ຕາແສງ, ຂອງ 20 ແຂວງ, ນະຄອນ ຂຶ້ນກັບສູນກາງ.