ເຂດຮົ່ງກົງ ປະເທດ ຈີນ
ພາບ: internet
|
(vovword) - ວັນທີ 27/6, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ສົມທົບກັບກົງສູນໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ ແລະ ກຸ່ມບໍລິສັດເຄື່ອງເອ້ຢ້ອງ Enigma ໄດ້ຈັດຕັ້ງກອງປະຊຸມສຳມະນາແນະນຳ,ໂຄສະນາ ແລະ ດຶງດູດການລົງທຶນຢູ່ ຮົ່ງກົງ ປະເທດຈີນ. ທີ່ກອງປະຊຸມສຳມະນາ, ທ່ານ Le Khanh Hai ລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ຢືນຢັນວ່າ: ຫວຽດນາມ ແລະ ຮົ່ງກົງ ມີພື້ນຖານຢ່າງຄົບຖ້ວນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງເພື່ອຮ່ວມມືດ້ານທ່ອງທ່ຽວ ແລະ ລົງທຶນ, ນຳມາຊຶ່ງຄວາມວັດທະນາຖາວອນ ແລະ ຍົກສູງຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ. ສ່ວນ ດຣ Jonathan Choi ຜູ້ຕາງຫນ້າຂອງ ຮົ່ງກົງ, ປະທານກຸ່ມບໍລິສັດ Sunwah, ປະທານຫ້ອງການການຄ້າ ຮົ່ງກົງ - ຫວຽດນາມ ເນັ້ນຫນັກວ່າ: ຄວາມງາມຂອງທິວທັດທຳມະຊາດຢູ່ ຫວຽດນາມ ແມ່ນແຕກຕ່າງກັບບັນດາປະເທດອື່ນ, ສະນັ້ນ ນອກຈາກຊອກຫາກາລະໂອກາດລົງທຶນ, ບັນດານັກທຸລະກິດກໍຄວນຊອກຮູ້ກ່ຽວກັບປະເທດຊາດ, ຊາວ ຫວຽດນາມ ແລະ ວັດທະນະທຳຂອງ ຫວຽດນາມ ຕື່ມອີກ.