ຫວຽດນາມ ຊ່ວຍລາວ ບຳລຸງສ້າງພະນັກງານ

ຫວຽດນາມ ຊ່ວຍລາວ ບຳລຸງສ້າງພະນັກງານ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 06/01, ຢູ່​ສະ​ຖາ​ບັນ​ການ​ເມືອງ, ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ອັດ​ຊຸດຮຽນທິດ​ສະ​ດີ​ການ​ເມືອງຂັ້ນ​ສູງ ໃຫ້​ແກ່​ພະນັກງານ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ຊຸ​ດທີທີ 15. ຜ່ານ​ຊຸດ​ຮຽນ​ຄັ້ງ​ນີ້, ບັນດາ​ພະນັກງານ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ມີຄວາມຮູ້ເປັນ​ລະບົບກ່ຽວ​ກັບ​ບັນດາຫຼັກການ​​ພື້ນຖານ​ຂອງ​ລັດທິ ມາ​ກ​ເລ​ນີນ, ​ແນວ​ຄິດ​​ໂຮ່ຈິ​ມິນ, ບັນດາ​ບົດຮຽນ​ກ່ຽວ​ກັບ​ການ​ຊີ້​ນຳ, ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຍ​ດນາມ ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ ​ໃນ​ເມື່ອ​ກ່ອນ ​ແລະ ​ໃນ​ພາລະກິດ​ປ່ຽນ​ໃໝ່, ສ້າງສາ ​ແລະ ປ​ົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ປະຈຸ​ບັນ. ບັນດາ​ພະນັກງານ​ລາວ ​ໄດ້​ຮັບ​ຄວາມ​ຮູ້​ໃໝ່​ກ່ຽວກັບ​ວິທະຍາສາດ​ການ​ຊີ້​ນຳ, ນຳ​ພາ, ການ​ຄຸ້ມ​ຄອງ ​ແລະ ບັນດາ​ບັນຫາສະຖານະການພົ້ນ​ເດັ່ນ​ຂອງ​ໂລກຕື່ມອີກ.

ຂ່າວ/ບົດ​ອື່ນ