ຫວຽດ​ນາມ​ ຍັງບໍ່​ມີຂໍ້ກຳ​ນົ​ດ​ສະ​ເພາະ​ກ່ຽວ​ກັບ​ການ​ເຂົ້າ​ເມືອງ ສຳ​ລັບ​ຜູ້​ທີ່ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັ​ນ​ໂຄວິດ - 19 ແລ້ວ

(VOVWORLD) - ໃນສະພາບການ “Passport ວັກຊິນ” ໄດ້ເລີ່ມນຳໃຊ້ຢູ່ບາງປະເທດໃນໂລກ, ໂດຍປະຕິບັດຕາມການຊີ້ນຳຂອງ ນາຍົກລັດຖະມົນຕີ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ ພວມສົມທົບກັນ, ຄົ້ນຄ້ວາ, ຕີລາຄາ ແລະ ສະເໜີມາດຕະການແກ້ໄຂທີ່ເໝາະສົມກັບບັນຫານີ້.
ຫວຽດ​ນາມ​ ຍັງບໍ່​ມີຂໍ້ກຳ​ນົ​ດ​ສະ​ເພາະ​ກ່ຽວ​ກັບ​ການ​ເຂົ້າ​ເມືອງ ສຳ​ລັບ​ຜູ້​ທີ່ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັ​ນ​ໂຄວິດ - 19 ແລ້ວ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 8 ເມສາ, ໃນການຖະແຫຼງຂ່າວນັດສາມັນ ຂອງກະຊວງການຕ່າງປະເທດ ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວ ທີ່ສະເໜີຂໍ້ໃຫ້ສະໜອງຂໍ້ມູນຂ່າວກ່ຽວກັບລະບຽບການເຂົ້າເມືອງສຳລັບຜູ້ທີ່ໄດ້ຮັບການສັກວັນຊິນກັນໂຄວິດ - 19 ແລ້ວ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ປັດຈຸບັນ, ຫວຽດນາມຍັງບໍ່ທັນມີຂໍ້ກຳນົດສະເພາະກ່ຽວກັບລະບຽບການເຂົ້າເມືອງ ສຳລັບຜູ້ທີ່ໄດ້ຮັບການສັກວັກຊິນກັນໂຄວິດ - 19 ແລ້ວ. ໃນສະພາບການ “Passport ວັກຊິນ” ໄດ້ເລີ່ມນຳໃຊ້ຢູ່ບາງປະເທດໃນໂລກ, ໂດຍປະຕິບັດຕາມການຊີ້ນຳຂອງ ນາຍົກລັດຖະມົນຕີ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ ພວມສົມທົບກັນ, ຄົ້ນຄ້ວາ, ຕີລາຄາ ແລະ ສະເໜີມາດຕະການແກ້ໄຂທີ່ເໝາະສົມກັບບັນຫານີ້. ກະຊວງການຕ່າງປະເທດ ພວມສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຊອກຮູ້, ສັງລວມບົດຮຽນປະສົບການຕົວຈິງຂອງບັນດາປະເທດເພື່ອແນໃສ່ ຄົ້ນຄ້ວາ, ສະເໜີນະໂຍບາຍການເຂົ້າເມືອງທີ່ເໝາະສົມ, ມຸ່ງໄປເຖິງເປົ້າໝາຍຄວບຄູ່ທັງປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ, ທັງຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ