ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມືພັດທະນາກິລາຄົນພິການ
ນັກກິລາລອຍນ້ຳຄົນພິການ ຫວຽດນາມ
(ພາບປະກອບ)
|
(vovworld) - ຕອນບ່າຍວັນທີ 26/4, ຢູ່ຮ່າໂນ້ຍ, ສະຫະສະມາຄົມກິລາຄົນພິການ ຫວຽດນາມ (Paralympic ຫວຽດນາມ) ສືບຕໍ່ ແລະ ເຮັດວຽກກັບຄະນະການນຳແຂວງ Nagasaki (ຍີ່ປຸ່ນ) ກ່ຽວກັບການຊຸກຍູ້ການຮ່ວມມືພັດທະນາກິລາຄົນພິການລະຫວ່າງ 2 ປະເທດ. ທີ່ການເຮັດວຽກ, ທ່ານຮ່ວາງຢື້, ຮອງປະທານ Paralympic ຫວຽດນາມ ໄດ້ຂອບອົກຂອບໃຈ, ລັດຖະບານ ຍີ່ປຸ່ນ ແລະ ຄະນະກຳມະການ Paralympic ຍີ່ປຸ່ນ ໃນໄລຍະຜ່ານມາໄດ້ສ້າງເງື່ອນໄຂໃຫ້ບັນດານັກກິລາຄົນພິການ ຫວຽດນາມ ເຂົ້າຮ່ວມຊຸດຝຶກແອບກ່ຽວກັບກິລາລອຍນ້ຳ, ຍົກນ້ຳໜັກ… ເພື່ອກະກຽມໃຫ້ງານມະຫາກຳກິລາ Paralympic ໂຕກຽວ 2020. ທ່ານຮ່ວາງຢື້, ຮອງປະທານ Paralympic ຫວຽດນາມ ກໍ່ປາດຖະໜາວ່າ: ແຂວງ Nagasaki ສືບຕໍ່ສ້າງເງື່ອນໄຂໃຫ້ບັນດານັກກິລາຄົນພິການ ຫວຽດນາມ ຝຶກແອບຢູ່ທ້ອງຖິ່ນ ແລະ ແຂ່ງຂັນມິດຕະພາບທີ່ບັນດາງານແຂ່ງຂັນກິລາຖືກໄດ້ຈັດຕັ້ງຢູ່ທັງ 2 ປະເທດ ຫວຽດນາມ, ຍີ່ປຸ່ນ.
ສ່ວນທ່ານສະມາຊິກສະພາແຫ່ງຊາດ Kobayashi Katsutoshi, ແຂວງ Nagasaki ປາດຖະໜາຢາກໄດ້ຕ້ອນຮັບຄະນະນັກກິລາ ຄົນພິການ ຫວຽດນາມ ໄປຝຶກແອບຢູ່ ຍີ່ປຸ່ນ, ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍເດີ່ນຝຶກຊ້ອມ, ບ່ອນກິນຢູ່ໃຫ້ຄະນະໃນບາງປະເພດກິລາ.