ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ກັບກຳປູເຈຍ
(VOVWORLD) -ຕອນບ່າຍວັນທີ 28 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານເຈິ່ນກວັກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາຊະອານາຈັກກຳປູເຈຍ ໂດຍທ່ານ Samdech Heng Samrin ປະທານພັກປະຊາຊົນກຳປະເຈຍ, ປະທານສະພາແຫ່ງຊາດ ກຳປະເຈຍ ເປັນຫົວໜ້າຄະນະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານເຈິ່ນກວັກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນງການພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານ Samdech Heng Samrin ປະທານພັກປະຊາຊົນກຳປະເຈຍ, ປະທານສະພາແຫ່ງຊາດ ກຳປະເຈຍ (ພາບ: TTXVN) |
ທ່ານເຈິ່ນກວັກເວື້ອງ ຢັ້ງຢືນວ່າ ນະໂຍບາຍການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ຫວຽດນາມ - ກຳປູເຈຍ. ທ່ານເຈິ່ນກວັກເວື້ອງ ສະເໜີສະພາແຫ່ງຊາດກຳປູເຈຍ ສືບຕໍ່ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກສຳລັບການອອກໜັງສືິນິຕິກຳໃຫ້ແກ່ປະຊາຊົນເຊື້ອສາຍຫວຽດນາມ ດຳລົງຊີວິດຢູ່ກຳປູເຈຍ ແລະ ເພີ່ມທະວີການເລັ່ງລັດບັນດາອົງການຮັບຜິດຊອບຂອງກຳປູເຈຍ ສົມທົບກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມຢ່າງແໜ້ນແຟ້ນ ເພື່ອປະຕິບັດ ແລະ ລົງນາມໃນບັນດາເອກະສານນິຕິກຳ ວ່າດ້ວຍການຮັບຮອງ 84% ໝາກຜົນຂອງວຽກງານຂີດຂັ້ນປັກຫຼັກໝາຍຊາຍແດນທີ່ບັນລຸໄດ້ ໂດຍໄວ.
ສ່ວນທ່ານ Samdech Heng Samrin ຢັ້ງຢືນວ່າ ກຳປູເຈຍ ສືບຕໍ່ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຂໍ້ຕົກລົງ, ສັນຍາສະບັບຕ່າງໆ ທີ່ໄດ້ລົງນາມ ແລະ ຖະແຫຼງການຮ່ວມທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງຕ່າງໆຂອງການນຳຂັ້ນສູງສອງພັກ, ສອງລັດ.