ຫວຽດນາມ ຍາມໃດກໍ່ປາດຖະໜາຢາກຮ່ວມມືມິດຕະພາບກັບຈີນ ເພື່ອບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າ
ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຟ້າມກວາງງີ້
ຕ້ອນຮັບທ່ານເອກອັກຄະລັດຖະທູດຈີນປະຈຳຫວຽດນາມ ໂຄງແຊ໋ວຢຸງ
(ພາບ:hanoimoi.com.vn)
(vovworld) – ຫວຽດນາມ ຍາມໃດກໍ່ປາດຖະໜາຢາກຮ່ວມມືມິດຕະພາບກັບຈີນ ເພື່ອບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າ. ນີ້ແມ່ນຄຳປາໄສຂອງທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຟ້າມກວາງງີ້ ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ໂຄງແຊ໋ວຢຸງ. ເມື່ອເນັ້ນໜັກເຖິງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ພ້ອມກັນແບ່ງປັນບັນດາຄຸນຄ່າ, ຜົນປະໂຫຍດລະຫວ່າງ 2 ປະເທດ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຢືນຢັນວ່າ, ຫວຽດນາມ ແລະ ຈີນ ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງ, ສະນັ້ນ, ຍາມໃດ 2 ປະເທດກໍ່ປາຖະໜາຢາກເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືບັນລຸຜົນງານຫຼາຍຢ່າງກວ່າອີກ.
ສ່ວນທ່ານເອກອັກຄະລັດຖະທູດຈີນ ໂຄງແຊ໋ວຢຸງ ຖືວ່າ, ບັນດາຜົນງານທີ່ຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະ ບັນລຸໄດ້ໃນຊຸມປີຜ່ານມາໄດ້ຊີ້ໃຫ້ເຫັນການຊີ້ນຳນຳພາອັນຖືກຕ້ອງຂອງພັກ ແລະ ລັດຫວຽດນາມ. ທ່ານເອກອັກຄະລັດຖະທູດຈີນ ໂຄງແຊ໋ວຢຸງ ເນັ້ນໜັກວ່າ, ຍາມໃດຈີນ ກໍ່ຖືການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບ ແລະ ການຮ່ວມມືກັບຫວຽດນາມ ເປັນສຳຄັນ. ການໂອ້ລົມທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈິນຜິງ ໃນວັນທີ 11/02, ໄດ້ເປັນການເນັ້ນໜັກກວ່າອີກບັນດາທັດສະນະດັ່ງກ່າວ.