ຫວຽດນາມ ຕີລາຄາສູງການປະກອບສ່ວນຂອງຄະນະປະຕິບັດງານ UNAMID

(VOVWORLD) -ທ່ານນາງຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ຫງວຽນເຟືອງຈ່າ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ UNAMID ໃນການຮັບປະກັນຄວາມໝັ້ນຄົງ, ປົກປ້ອງພົນລະເມືອງຢູ່ເຂດ Darfur ເລີ່ມແຕ່ເວລາຄະນະຜູ້ແທນໄດ້ຮັບການສ້າງຕັ້ງກ່ອນນີ້ເປັນເວລາ 14 ປີ.
ຫວຽດນາມ ຕີລາຄາສູງການປະກອບສ່ວນຂອງຄະນະປະຕິບັດງານ UNAMID - ảnh 1(ພາບປະກອບ: AFP/TTXVN)

ວັນທີ 27 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມຮັບຝັງບົດລາຍງານກ່ຽວກັບວິວັດທະນາການຖອນທະຫານຂອງຄະນະປະສົມສະຫະປະຊາຊາດ- ສະຫະພາບ ອາຟະລິກາ ຢູ່ Darfur, ຊູດັງ (UNAMID).

ທີ່ກອງປະຊຸມ, ທ່ານນາງຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ຫງວຽນເຟືອງຈ່າ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ UNAMID ໃນການຮັບປະກັນຄວາມໝັ້ນຄົງ, ປົກປ້ອງພົນລະເມືອງຢູ່ເຂດ Darfur ເລີ່ມແຕ່ເວລາຄະນະຜູ້ແທນໄດ້ຮັບການສ້າງຕັ້ງກ່ອນນີ້ເປັນເວລາ 14 ປີ. ຜູ້ຕາງໜ້າຫວຽດນາມ ໄດ້ຊົມເຊີຍເລື່ອງ UNAMID ໄດ້ສຳເລັດການຖອນກຳລັງຖືກກັບກຳນົດເວລາ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພຕາມມະຕິເລກທີ 2559 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ຄະນະຜູ້ແທນ ກໍຄືການນຳໃຊ້ບັນດາພື້ນຖານດ້ານວັດຖຸທີ່ໄດ້ມອບສົ່ງເພື່ອຈຸດປະສົງພົນລະເຮືອນ.

ຜູ້ຕາງໜ້າຫວຽດນາມ ກໍ່ຊົມເຊີຍບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຂອງວິວັດທະນາການຂ້າມຜ່ານຢູ່ ຊູດັງ ໃນໄລຍະຜ່ານມາ. ຫວຽດນາມ ປາດຖະໜາວ່າ ຄະນະເລຂາສະຫະປະຊາຊາດ ແລະ UNAMID ແບ່ງປັນບັນດາບົດຮຽນເພື່ອຊ່ວຍໃຫ້ UNITAMS ຜັນຂະຫຍາຍບັນດາໜ້າທີ່ຢູ່ ຊູດັງ ໃຫ້ບັນລຸຜົນສຳເລັດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ