(vovworld) - ນັບແຕ່ເວລາ 20 ໂມງ 30 ນາທີ ຮອດ 21 ໂມງ 30 ນາທີ ຂອງວັນທີ 31/3 ຢູ່ ສະຫນາມຫລວງການປະຕິວັດເດືອນສິງຫາ ໄດ້ດຳເນີນພິທີມອດໄຟ ເພື່ອຕອບສະຫນອງການມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ ດ້ວຍການສົ່ງສານລວມທີ່ວ່າ: ພວກເຮົາທຸກຄົນພ້ອມກັນປະຕິບັດ. ຄຸ້ມເມືອງ Hoi An ຕາງຫນ້າໃຫ້ພາກກາງ ແລະ ນະຄອນ Ho Chi Minh ຕາງຫນ້າໃຫ້ແກ່ພາກໃຕ້ພ້ອມກັນຕອບສະຫນອງເຫດການນີ້.
ຊາວຫນຸ່ມຫວຽດນາມ ຕອບສະຫນອງການມອດໄຟ 1 ຊົ່ວໂມງ
ພາບ: internet
|
ມາຮອດປະຈຸບັນມີ 47 ແຂວງ, ນະຄອນໃນທົ່ວປະເທດໄດ້ຈົດທະບຽນເຂົ້າຮ່ວມ ແລະ ຕອບສະຫນອງບັ້ນການມອດໄຟ 1 ຊົ່ວໂມງ. ຢູ່ ຮ່າໂນ້ຍ, ປະຕິບັດບັ້ນມອດໄພ 1 ຊ່ົວໂມງໃນຕອນຄຳ່ວັນທີ 31/3 ຈະມີບັນດາການເຄື່ອນໄຫວເພື່ອສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ.
ຢູ່ແຂວງ Yen Bai ໄດ້ຈັດຕັ້ງການໂຄສະນາຮຽກຮ້ອງໃຫ້ບັນດາວິສາຫະກິດ, ໂຮງງານແຫ່ງຕ່າງໆ ຈົ່ງປະຢັດການນຳໃຊ້ໄຟຟ້າ, ພະລັງງານ. ທ່ານ Nguyen Van Thuc ຮອງຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ Yen Bai ໃຫ້ຮູ້ວ່າ:
“ປະຕິບັດການມອດໄຟ 1 ຊົ່ວໂມງ, ພວກຂ້າພະເຈົ້າໄດ້ຂົນຂວາຍປະຊາຊົນຈົ່ງປະຕິບັດຄຳສັ່ງການປະຢັດໄຟຟ້າຂອງແຂວງ, ຂອງສູນກາງ ແລະ ສົມທົບກັບອົງການສື່ມວນຊົນໂຄສະນາການປະຢັດໄຟຟ້າ, ສົ່ງເສີມໃຫ້ທຸກຄົນເຂົ້າຮ່ວມການມອດໄຟໃນເວລາ 1 ຊົ່ວໂມງ.”
ພ້ອມກັບ ຫວຽດນາມ, ວັນທີ 31/3 ນີ້ ໃນເວລາ 20 ໂມງ 30 ນາທີ ຕາມເວລາຂອງແຕ່ລະປະເທດ ມີ ນະຄອນ 6000 ແຫ່ງ ຂອງ 147 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ ພ້ອມກັນມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ.