ຫວຽດ​ນາມ ນຳ​ໜ້າ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ກ່ຽວ​ກັບ​ລະ​ດັບ​ຄວາມ​ໄວ​ການ​ພັດ​ທະ​ນາ​ເຕັກ​ນິກ​ດີ​ຈີ​ຕອນ

(VOVWORLD) -  ໜັງສືພິມລາຍວັນ Business Times ຂອງ ສິງກະໂປ ສະບັບອອກວັນທີ 2 ພະຈິກ ໄດ້ໃຫ້ຂໍ້ສັງເກດກ່ຽວກັບບັນດາຄວາມມານະພະຍາຍາມຫັນເປັນເຕັກນິກດີຈີຕອນຂອງ ຫວຽດນາມ ໄດ້ນຳມາເຊິ່ງລະດັບການພັດທະນາໄວທີ່ສຸດໃຫ້ແກ່ປະເທດນີ້ ໃນຈໍານວນບັນດາພື້ນຖານເສດຖະກິດຢູ່ພາກພື້ນ ອາຊີ - ປາຊີຟີກ.
ຫວຽດ​ນາມ ນຳ​ໜ້າ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ກ່ຽວ​ກັບ​ລະ​ດັບ​ຄວາມ​ໄວ​ການ​ພັດ​ທະ​ນາ​ເຕັກ​ນິກ​ດີ​ຈີ​ຕອນ - ảnh 1(ພາບປະກອບ:  TTXVN) 

ຕາມບົດລາຍງານການສຳຫຼວດ 11 ຕະຫຼາດ ໃນພາກພື້ນ ອາຊີ - ປາຊີຟິກ ຂອງ ບໍລິສັດ GSMA  Intelligence ແລ້ວ, ຫວຽດນາມ ມີລະດັບການເພີ່ມຂຶ້ນໄວທີ່ສຸດ ນັບແຕ່ປີ 2016 ຫາປີ 2019. ໄລ່ຮອດທ້າຍປີ 2019, ຫວຽດນາມ ບັນລຸລະດັບ 49 ຄະແນນ, ເພີ່ມຂຶ້ນ 12 ຄະແນນ ເມື່ອທຽບໃສ່ກ່ອນນີ້ 3 ປີ. ຫວຽດນາມ ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຍ້ອນມີບາດກ້າວເດີນດີພໍສົມຄວນໃນ “ປັດໄຈເຊື່ອມຕໍ່” ຂອງລະບົບຈັດອັນດັບ ພາຍຫຼັງ ເປີດຕົວ ແລະ ຂະໜາຍເຄືອຂ່າຍອິນເຕີແນັດ 4G ຢ່າງວ່ອງໄວ. ນອກຈາກນັ້ນ, ຍັງມີຫຼາຍປັດໄຈອື່ນໆຄື “ກວດພົບດ້ວຍເຕັກນິກດີຈີຕອນ, ສິດພົນລະເມືອງເຕັກນິກດີຈີຕອນ ແລະ ວິຖີຊີວິດເຕັກນິກດີຈີຕອນ” ກໍມີການປັບປຸງ

        ບໍລິສັດ GSMA  Intelligence ໃຫ້ຮູ້ວ່າ ຫວຽດນາມ ພວມປະຕິບັດຕາມຍຸດທະສາດແຫ່ງຊາດກ່ຽວກັບ ການປະຕິວັດອຸດສາຫະກຳ 4.0, ລວມທັງພື້ນຖານໂຄງລ່າງ ແລະ ແຫຼ່ງຊັບພະຍາກອນມະນຸດ ກໍຄື ລັດຖະບານເອເລັກໂຕນິກ ແລະ ການປ່ຽນແປງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ