ຫວຽດ​ນາມ ບໍ່​ມີ​ຜູ້​ຕິດ​ເຊື້ອ​ໂຄວິ​ດ-19 ລາຍໃໝ່​ໃນ​ຮອບ​ເວ​ລາ 24 ຊົ່ວ​ໂມງ​ຜ່ານ​ມາ

(VOVWORLD) - ໃນຮອບເວລາ 24 ຊົ່ວໂມງຜ່ານມາ (ນັບແຕ່ ເວລາ 6 ໂມງ 00 ນາທີ ຂອງວັນທີ 16 ເມສາ ຫາ ເວລາ6 ໂມງ 00 ນາທີ ຂອງວັນທີ 17 ເມສາ), ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດລາຍໃໝ່ຕື່ມອີກ. ປັດຈຸບັນ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ແມ່ນ 268 ຄົນ
ຫວຽດ​ນາມ ບໍ່​ມີ​ຜູ້​ຕິດ​ເຊື້ອ​ໂຄວິ​ດ-19 ລາຍໃໝ່​ໃນ​ຮອບ​ເວ​ລາ 24 ຊົ່ວ​ໂມງ​ຜ່ານ​ມາ - ảnh 1ອັດຕາສ່ວນສະພາບການໂລກລະບາດ ຢູ່ ຫວຽດນາມ (ພາບ: ກະຊວງສາທາລະນະສຸກ)

ໃນຂະນະນັ້ນ, ໃນໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 2.181.131 ຄົນ ແລະ ມີ 145.466 ຄົນເສຍຊີວິດຍ້ອນໄວຣັດ SARS-CoV-2. ໂລກລະບາດດັ່ງກ່າວພວມແຜ່ລະບາດອອກສູ່ 210 ປະເທດ ແລະ ເຂດແຄວ້ນໃນໂລກ.

        ອາເມລິກາ ສືບຕໍ່ແມ່ນສະຖານທີ່ຕິດແປດຮ້າຍແຮງ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 677.056 ຄົນ. ຖັດມາແມ່ນ ແອັດສະປາຍ ມີ 184.948 ຄົນ, ອີຕາລີ ມີ 168.941 ຄົນ, ຝຣັ່ງ ມີ 165.027 ຄົນ.

        ຕໍ່ໜ້າສະພາບການຂອງໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນນັ້ນ, ລັດຖະບານ ເມັກຊີໂກ ໄດ້ຕັດສິນຕົກລົງແກ່ຍາວໄລຍະເວລາແຍກຫ່າງໃນສັງຄົມໄປຈົນຮອດວັນທີ 30 ພຶດສະພາ.

        ຢູ່ ອາຊີ, ປະເທດ ກຳປູເຈຍ ກໍ່ໄດ້ປະກາດແກ່ຍາວຄຳສັ່ງຫ້າມຄົນເຂົ້າເມືອງສຳລັບແຂກທ່ອງທ່ຽວມາຈາກ ອາເມລິກາ, ອີຣານ ແລະ 4 ປະເທດ ເອີຣົບ ເພື່ອແນໃສ່ສະກັດກັ້ນການຕິດແປດຂອງໂລກລະບາດດັ່ງກ່າວ.

        ວັນທີ 16 ເມສາ, ກະຊວງສາທາລະນະສຸກ ສິງກະໂປ ໄດ້ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 728 ຄົນ - ບັນລຸລະດັບສະຖິຕິກ່ຽວກັບຈຳນວນຜູ້ຕິດເຊື້ອໃນ 24 ຊົ່ວໂມງ, ຍົກຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ປະເທດນີ້ຂຶ້ນເປັນ 4.427 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ