ຫວຽດນາມ ປະກອບສ່ວນສຳຄັນ, ສະໜັບສະໜູນສັນຕິພາບຢ່າງໝັ້ນຄົງ

(VOVWORLD) -ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ສົ່ງຄຳອວຍພອນເຖິງລັດຖະບານ, ປະຊາຊົນຫວຽດນາມ.

ຫວຽດນາມ ປະກອບສ່ວນສຳຄັນ, ສະໜັບສະໜູນສັນຕິພາບຢ່າງໝັ້ນຄົງ - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

ສົ່ງຄຳອວຍພອນເຖິງລັດຖະບານ, ປະຊາຊົນຫວຽດນາມ

(ພາບ: TTXVN)

ວັນທີ 28 ສິງຫາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ແຈ້ງໃຫ້ຊາບວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສະຖາປະນາປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2020), ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ສົ່ງຄຳອວຍພອນເຖິງລັດຖະບານ, ປະຊາຊົນຫວຽດນາມ. ທ່ານ Antonio Guterres ເນັ້ນໜັກວ່າ: ຍາມໃດຫວຽດນາມ ກໍ່ແມ່ນຄູ່ຮ່ວມມືຢ່າງແຮງຂອງສະຫະປະຊາຊາດ ນັບແຕ່ໄດ້ເຂົ້າເປັນສະມາຊິກໃນປີ 1977. ກຳລັງກອງທັບຫວຽດນາມ ພວມເຂົ້າຮ່ວມບັນດາໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ບົດບາດນຳພາຂອງຫວຽດນາມ ໃນການບັນລຸໄດ້ບັນດາເປົ້າໝາຍພັດທະນາສະຫັດສະວັດ ແມ່ນພື້ນຖານອັນໝັ້ນແກ່ນຊ່ວຍໃຫ້ຫວຽດນາມ ຜັນຂະຫຍາຍບັນດາໂຄງການພັດທະນາແບບຍືນຍົງ 2030. ດ້ວຍຖານະບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ໄດ້ ແລະ ພວມມີບັນດາການປະກອບສ່ວນສຳຄັນເຂົ້າໃນການສະໜັບສະໜູນສັນຕິພາບຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ