|
(vovworld) - ປະເທດຫວຽດນາມ ໃນສັດຕະວັດທີ 20 ໄດ້ມີການປະກອບສ່ວນອັນໃຫຍ່ຫລວງດ້ວຍລັກສະນະບຸກທະລຸກ່ຽວກັບແນວຄິດສິດທິມະນຸດ. ໃນບົດຂຽນທີ່ລົງພິມໃນຫນັງສືພິມເຍີນເຢີນ (Nhân dân) ສະບັບອອກວັນທີ 10/12 ເນື່ອງໃນ ໂອກາດລະນຶກ 64 ປີແຫ່ງວັນສ້າງຄຳປະກາດຖະແຫລງກ່ຽວກັບສິດທິມະນຸດໃນໂລກ (10/12/1948 - 10/12/2012), ທ່ານ ກາວດືກທ໋າຍ (Cao Đức Thái) ຊຶ່ງແມ່ນຜູ້ຂຽນບົດດັ່ງກ່າວໄດ້ຢືນຢັນຄືດັ່ງກ່າວ ແລະ ຊີ້ແຈງວ່າ ບັນດາການປະກອບສ່ວນອັນໃຫຍ່ຫລວງດ້ວຍລັກສະນະບຸກທະລຸແມ່ນສະແດງໃຫ້ເຫັນລວມສູນໃນແນວຄິດໂຮ່ຈິມິນ ແລະ ພຶດຕິກຳການປະຕິວັດຫວຽດນາມ. ຕາມທ່ານ ກາວດືກທ໋າຍ ແລ້ວ, ປະຫວັດສາດ ຫວຽດນາມ ໄດ້ຊີ້ໃຫ້ເຫັນວ່າ ສິດທິມະນຸດຢູ່ ຫວຽດນາມ ພຽງແຕ່ມີເມື່ອປະຊາຊົນ ຫວຽດນາມ ຍາດເອົາເອກະລາດ ພາຍໃຕ້ການນຳພາຂອງພັກກອມມູນິດ ແລະ ປະທານໂຮ່ຈິມິນໃນການປະຕິວັດເດືອນ 8/1945. ເອກະລາດຊົນຊາດ, ອະທິປະໄຕແຫ່ງຊາດ, ສິດພົນລະເມືອງ ແລະ ສິດທິມະນຸດຂອງປະຊາຊົນ ຫວຽດນາມ ໄດ້ລະບຸໄວ້ໃນຄຳປະກາດຖະແຫລງເອກະລາດປີ 1945 ແລະ ລັດຖະທຳມະນູນປີ 1946, ຊື່ງແມ່ນລັດຖະທຳມະນູນສະບັບທຳອິດຂອງ ປະເທດຫວຽດນາມ ໃຫມ່. ທ່ານກາວດືກທ໋າຍ ຍັງໃຫ້ຮູ້ວ່າ: ປະຈຸບັນ ຫວຽດນາມ ພວມປະເຊີນຫນ້າກັບຫລາຍບັນຫາກ່ຽວກັບສິດທິມະນຸດ, ແຕ່ທ່ານຍັງຢືນຢັນ ຄວາມເຄົາລົບ ແລະ ຮັບປະກັນສິດທິມະນຸດຍັງຄົງແມ່ນສິດ ແລະ ຄວາມຮັບຜິດຊອບຂອງພັກ ແລະ ລັດ ຫວຽດນາມ. ສະນັ້ນ ການບັງຄັບຮູບແບບປະຊາທິປະໄຕສິດທິມະນຸດໃດຈາກພາຍນອກ ເດັດຂາດປະຊາຊົນຫວຽດນາມ ບໍ່ຮັບຮູ້ໄດ້.