( vovworld ) - ເນື່ອງໃນອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 6 ( ADMM – 6 ) ຢູ່ກຳປູເຈຍ, ຕອນບ່າຍວັນທີ 28/5, ທ່ານພົນເອກ Phung Quang Thanh, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ. ທີ່ການພົບປະ, ທ່ານພົນເອກ Tea Banh ໄດ້ແຈ້ງໃຫ້ຊາບກ່ຽວກັບວຽກງານກະກຽມກອງປະຊຸມຂອງກຳປູເຈຍ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອຂອງກະຊວງປ້ອງກັນປະເທດຫວຽດນາມ ໃນວຽກງານກະກຽມຈັດຕັ້ງບັນດາກອງປະຊຸມການທະຫານ - ປ້ອງກັນຊາດ ເຊິ່ງກະຊວງປ້ອງກັນປະເທດກຳປູເຈຍ ເປັນເຈົ້າພາບຈັດຂຶ້ນໃນປີ 2012. ທ່ານພົນເອກ Phung Quang Thanh ໄດ້ສະແດງຄວາມເຊື່ອໝັ້ນວ່າກະຊວງປ້ອງກັນປະເທດກຳປູເຈຍ ເວົ້າສະເພາະ ແລະ ກຳປູເຈຍ ເວົ້າລວມ ຈະຈັດຕັ້ງບັນດາເຫດການໃນປີກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 6 ຢ່າງສຳເລັດຜົນ. ທ່ານພົນເອກໄດ້ຢືນຢັນວ່າ, ດ້ວຍຈິດໃຈເປັນເຈົ້າການ ແລະ ສ້າງສັນ, ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ. ທ່ານພົນເອກ Phung Quang Thanh ໄດ້ຂອບອົກຂອບໃຈລັດຖະບານກຳປູເຈຍ, ກະຊວງປ້ອງກັນປະເທດ, ກອງທັບແຫ່ງລາຊະອານາຈັກກຳປູເຈຍ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດກອງທັບຫວຽດນາມ ໄປລົງທຶນຢູ່ກຳປູເຈຍ ຢ່າງມີປະສິດທິຜົນ. ທ່ານພົນເອກ Tea Banh ໄດ້ຕີລາຄາສູງການເຄື່ອນໄຫວຕ່າງໆຂອງບັນດາວິສາຫະກິດກອງທັບຫວຽດນາມ ຢູ່ກຳປູເຈຍ ແລະ ຢືນຢັນວ່າ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດນີ້ລົງທຶນຢ່າງສຳເລັດຜົນ, ປະກອບສ່ວນເຂົ້າໃນການພັດທະນາຂອງກຳປູເຈຍ.