ຫວຽດນາມ ປະກອບສ່ວນ ສຳຄັນເຂົ້າໃນກອງປະຊຸມ ຂັ້ນສູງອາຊຽນ 23
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ 23
(ພາບ: InfoNet.vn)
(vovworld) - ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກັບເມືອຮອດຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ 23 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ວັນທີ 10 ຕຸລາ, ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າ ກອງປະຊຸມບັນລຸໄດ້ບັນດາໝາກຜົນທີ່ສຳຄັນ ແລະ ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ.
ຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ແລ້ວ, ໝາກຜົນພົ້ນເດັ່ນທີ່ສຸດຂອງກອງປະຊຸມຂັ້ນສູງອາຊຽນ 23 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແມ່ນ ອາຊຽນ ສືບຕໍ່ຮັກສາຄວາມສາມັກຄີ, ເປັນເອກະພາບພາຍໃນກຸ່ມຢ່າງໝັ້ນຄົງ. ການນຳບັນດາປະເທດອາຊຽນ ຢືນຢັນຄວາມຕັດສິນໃຈສືບຕໍ່ຍູ້ແຮງການກໍ່ສ້້າງປະຊາຄົມອາຊຽນ ຮອດປີ 2015, ຕົກລົງສ້າງວິໄສທັດປະຊາຄົມອາຊຽນ ພາຍຫຼັງປີ 2015, ດ້ວຍຈຸດສຸມແມ່ນນຳປະຊາຄົມອາຊຽນ ຂຶ້ນສູ່ລະດັບສູງໃໝ່. ບັນດາການນຳໄດ້ເຫັນດີຮັບຮອງເອົາຖະແຫຼງການ Bandar Seri Begawan ກ່ຽວກັບວິໄສທັດປະຊາຄົມອາຊຽນ ພາຍຫຼັງປີ 2015 ໂດຍອີ່ງໃສ່ 3 ເສົ້າຄຳປະຊາຄົມ ແລະ ມຸ່ງໄປເຖິງອາຊຽນ ທີ່ສະໜິດຕິດພັນດ້ານການເມືອງ, ເຊື່ອມຕໍ່ດ້ານເສດຖະກິດ, ພ້ອມກັນແບ່ງປັນຄວາມຮັບຜິດຊອບດ້ານສັງຄົມ ແລະ ມຸ່ງໄປເຖິງປະຊາຊົນ, ປັບປຸງລະບຽບກົດໝາຍ ແລະ ປະສິດທິຜົນແຫ່ງການເຄື່ອນໄຫວຂອງບັນດາອົງການຂອງອາຊຽນ.
ກ່ຽວກັບບັນດາການປະກອບສ່ວນຂອງຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງ ເນັ້ນໜັກວ່າ ຫວຽດນາມ ໄດ້ເປັນເຈົ້າການມີຄວາມຕັ້ງໜ້າດ້ວຍການປະກອບສ່ວນທີ່ມີລັກສະນະສ້າງສັນ ແລະ ຄວາມທີ່ຮັບຜິດຊອບເຂົ້າໃນວຽກງານລວມຂອງອາຊຽນ. ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ສະເໜີກໍ່ສ້າງ ແລະ ຮັບຮອງເອົາໂຄງການເຄື່ອນໄຫວ, ທິດທາງກໍ່ສ້າງປະຊາຄົມຫຼາຍຢ່າງ ແລະ ເສີມຂະຫຍາຍບົດບາດຕົ້ນຕໍ່ຂອງອາຊຽນ. ໃນນັ້ນມີການສ້າງວິໄສທັດອາຊຽນ ພາຍຫຼັງປີ 2015.
ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ເຫັນດີສະໜັບສະໜູນບັນດາຫຼັກການທີ່ໄດ້ວາງອອກຂອງອາຊຽນ, ຮັກສາຄວາມສາມັກຄີເພື່ອໃຫ້ອາຊຽນ ມີສຽງເວົ້າລວມ ແລະ ຕົ້ນຕໍ່ກ່ຽວກັບສັນຕິພາບ, ສະຖຽນລະພາບ, ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ; ເນັ້ນໜັກເຖິງການແກ້ໄຂການພິພາດກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ໂດຍສະເພາະແມ່ນສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ຂອງສະຫະປະຊາຊາດ (UNCLOS); ປະຕິບັດ DOC ໄປຄຽງຄູ່ກັບເລື່ອງຊຸກຍູ້ການບັນລຸໄດ້ COC ຢ່າງຄົບຖ້ວນ ແລະ ວ່ອງໄວ.