ຫວຽດນາມ ປາດຖະໜາ ຢາກເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກັບ ບຣາຊິນ

ຫວຽດນາມ ປາດຖະໜາ ຢາກເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກັບ ບຣາຊິນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ທ່ານ​ນາງເອກ​ອັກຄະ​ລັດຖະທູດ ບຣາຊິນ Vitoria Alice Cleaver
(ພາບ: chinhphu.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 28/08, ທີ່​ການ​ຕ້ອນຮັບ​ທ່ານ​ນາງເອກ​ອັກຄະ​ລັດຖະທູດ ບຣາຊິນ Vitoria Alice Cleaver ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​​ໃນ​ໂອກາດ​ສິ້ນ​ສຸດການ​ປະຕິບັດ​ໜ້າ​ການ​ທູດຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ຍາມ​ໃດ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ບົດບາດ​ຂອງ ບຣາຊິນ ​ໃນພາກ​ພື້ນ ​ແລະ ຢູ່​ໃນ​ໂລກ, ປາດ​ຖະໜາ​ຢາກ​ພ້ອມ​ກັບ ບຣາຊິນ ສືບຕໍ່ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ກວ່າ​ອີກ​ໃນ​ບັນດາ​ຂ​ົງ​ເຂດ ການ​ເມືອງ, ການ​ທູດ, ​ເສດຖະກິດ, ວັດທະນະ​ທຳ, ວິທະຍາສາດ - ​ເຕັກນິກ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ… ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາວ່າ 2 ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການຄ​້າ, ການ​ລົງທຶນ​ກວ່າ​ອີກ; ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ 2 ປະ​ເທດ​ບັນລຸ​ຕົວ​ເລກ​ຫຼາຍກວ່າ 3 ຕື້ USD ຄື​ປະຈຸ​ບັນ; ​ແລະ ຢືນຢັນ​ວ່າ ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ບຣາຊິນ ຮ່ວມ​ມື​ລົງທຶນ​ຢູ່​ຫວຽດນາມ.

        ສ່ວນ​ທ່ານ​ນາງ Vitoria Alice Cleaver ກໍ່​ຖື​ວ່າ ຄວາມ​ສາມາດ​ບົມຊ້ອນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ບຣາຊິນ ຍັງ​ໃຫຍ່​ຫຼວງ​ຢູ່, ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຊຸກຍູ້​ບັນດາ​ຂໍ້​ຕົກລົງຮ່ວມ​ມື​ທີ່​ໄດ້​​ເຫັນ​ດີເປັນ​ເອກະ​ພາບ​ນຳ​ກັນ​ກວ່າ​ອີກ ກໍ່​ຄື​ການ​ແລກປ່ຽນ, ​ສ້າງ​ບັນດາ​ລາຍການ​ຮ່ວມ​ມື​ໃໝ່​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ