ຫວຽດນາມ - ຝລັ່ງ ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ ແລະ ປ້ອງກັນຕ້ານອາດຊະຍາກຳ
ທ່ານພົນເອກ ເຈີນດ້າຍກວາງ ພົບປະກັບ
ທ່ານລັດຖະມົນຕີກະຊວງພາຍໃນສ.ຝລັ່ງ Bernard Cazeneuve
(ພາບ: cand.com.vn)
(vovworld) – ໃນລະຫວ່າງວັນທີ 05 – 06/11, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເຈີນດ້າຍກວາງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຝລັ່ງ ຕາມຄຳເຊີນຂອງທ່ານລັດຖະມົນຕີກະຊວງພາຍໃນສ.ຝລັ່ງ Bernard Cazeneuve. ທີ່ປະເທດຝລ່ັງ, ທ່ານລັດຖະມົນຕີ ເຈີນດ້າຍກວາງ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີກະຊວງພາຍໃນ Bernard Cazeneuve; ພົບປະກັບທ່ານຫົວໜ້າກຳມາທິການປ້ອງກັນຊາດ ແລະ ບັນດາກຳລັງປະກອບອາວຸດຂອງສະພາແຫ່ງຊາດຝລັ່ງ Patricia Adam ແລະ ຫົວໜ້າຕຳຫຼວດແຫ່ງຊາດ Jean Marc Falcone.
ທີ່ບັນດາການພົບປະເຈລະຈາ, 2 ຝ່າຍໄດ້ເປັນເອກະພາບກັນເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆຄື: ອາດຊະຍາກຳມີອົງການຈັດຕັ້ງ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳກໍ່ການຮ້າຍ…. 2 ຝ່າຍກໍ່ຕົກລົງຄົ້ນຄວ້າ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດເຊິ່ງຫວຽດນາມ ແລະ ຝລັ່ງ ມີຄວາມຕ້ອງການ, ຄວາມສາມາດບົ່ມຊ້ອນຄື; ບຳລຸງສ້າງ, ຝຶກອົບຮົມພະນັກງານປະຕິບັດກົດໝາຍສະເພາະການປ້ອງກັນ, ຕ້ານບັນດາອາດຊະຍາກຳ; ໜູນຊ່ວຍເຄື່ອງອຸປະກອນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ… ເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ.