ຫວຽດນາມ ມອບຫຼຽນໄຊ, ຫຼຽນກາໃຫ້ແກ່ບັນດາພະນັກງານກະຊວງປ້ອງກັນຄວາມສະຫງົບລາວ

ຫວຽດນາມ ມອບຫຼຽນໄຊ, ຫຼຽນກາໃຫ້ແກ່ບັນດາພະນັກງານກະຊວງປ້ອງກັນຄວາມສະຫງົບລາວ - ảnh 1
ທ່ານ ເຈີ່ນ​ດ້າຍ​ກວາງ ​ມອບ​ຫຼຽນ​ໄຊມິດຕະພາບ​ໃຫ້​ແກ່​ບັນດາ​ໝູ່​ຄະນະ
 ​ແລະ ສ່ວນ​ບຸກຄົນ​ສັງກັດ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ
(ພາບ: trandaiquang.net)


(vovworld) -     ຄະນະ​ຜູ້​ແທນການ​ນຳກະຊວງ​ຕຳຫຼວດຫວຽດນາມ ​ໂດຍ​ທ່ານ​ ເຈີ່ນ​ດ້າຍ​ກວາງ ນຳໜ້າ, ​ໄດ້​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​​ໃນ​ລະຫວ່າງ​ວັນ​ທີ 21 – 22/12. ທ່ານ​ລັດຖະມົນຕີ ເຈີ່ນ​ດ້າຍ​ກວາງ  ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ການ​ນຳ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ກ່ຽວ​ກັບ​ວຽກ​ງານ​ສົມທົບ​ກັນ ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປ້ອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ; ຮ່ວມ​ມື​ບຳລຸ​ງສ້າງ, ​ພະນັກງານກໍ​ຄື​ແຜນການ​ຮ່ວມ​ມື​​ໃນ​ປີ 2013 ຢ່າງ​ລະອຽດ. ​ເນື່ອງ​ໃນ​​ໂອກາດ​ນີ້, ທ່ານ ເຈີ່ນ​ດ້າຍ​ກວາງ ​ໄດ້​ມອບ​ຫຼຽນ​ໄຊ, ມິດຕະພາບ​ໃຫ້​ແກ່​ບັນດາ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ສັງກັດ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ ​​​ຍ້ອນມີ​​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າໃນ​ການ​ບັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ